ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ໄລ່ເງິນຄ່າໄຟຟ້າສາກລົດແນວໃດ ໃຫ້ລະອຽດ ໃກ້ຄຽງ ແລະ ໄລ່ເອງໄດ້

EV

ສໍາລັບຫຼາຍຄົນທີ່ກໍາລັງສົນໃຈ ຫລື ກໍາລັງຄິດທີ່ຈະຊື້ລົດໄຟຟ້າມານໍາໃຊ້ແທນລົດນໍາມັນ ຍັງມີຂໍ້ສົງໃສ ຄວາມບໍ່ເຂົ້າໃຈ ວິທີການໄລ່ເງິນຄ່າໄຟຟ້າທີ່ເສຍໄປກັບການສາກແບັດເຕີລີ່ໃຫ້ກັບລົດ.

ສາກເທື່ອນຶ່ງ ຂີ່ໄດ້ຈັກ ຊົ່ວໂມງ?

ສາກເທື່ອນຶ່ງໝົດເງິນເທົ່າໃດ ຄ່າໄຟກະແພງ ມັນບໍ່ບໍ່ລ້ອນຄ່າໄຟຕີ?

ຄິດໄລ່ຄ່າໄຟແນວໃດ ຈະຮູ້ແນວໃດວ່າເສຍເທົ່າໃດ ຕ້ອງສາກມື້ລະຈັກເທື່ອ ຫລື ສາກທຸກມື້ບໍ?

ເປັນຄໍາຖາມທີ່ທຸກຄົນກັງວົນ ອັນເນື່ອງມາຈາກປັນຫາລາຄາຄ່າໄຟຟ້າໃນບ້ານເຮົາ, ແຕ່ທັ້ງນີ້ທັ້ງນັ້ນ ບົດຄວາມນີ້ຈະມາອະທິບາຍ ແລະ ແນະນໍາສູດທີ່ໃຜກໍ່ສາມາດເອົາໄປຄໍານວນເອງໄດ້ ພຽງແຕ່ເຮົາຮູ້ຂໍ້ມູນນີ້ກໍ່ຈະສາມາດຄໍານວນເອງໄດ້ດັ່ງລຸ່ມນີ້:

  1. ຕ້ອງຮູ້ຄວາມຈຸຂອງແບັດເຕີລີທີ່ລົດໃຊ້ ເຊິ່ງຈະຖືກກໍານົດໃນຫົວຫນ່ວຍ KWh ຫລື ກິໂລວັດໂມງ
  2. ລາຄາຄ່າໄຟຟ້າຕໍ່ຫົວຫນ່ວຍ ຫຼື ຕໍ່ KWh ເຊິ່ງຄ່າໄຟໃນລາວເຮົາແມ່ນມີຫຼາຍຂັ້ນ ລາຄາຈະເປັນ ຕໍ່ KWh
  3. ຄ່າສ່ວນຕ່າງລະວ່າງໄຟທີ່ໃຊ້ ກັບໄຟທີ່ບັນຈຸລົງແບັດ (LOSS) ເນື່ອງຈາກເປັນທໍາມະຊາດຂອງເຄື່ອງໃຊ້ໄຟຟ້າ ຫລື ແບັດເຕີລີ່ ໃນການໃຊ້ໄຟ 100% ອາດຈະສາມາດສາກແບັດໄດ້ພຽງ 80-90% ຂຶ້ນກັບແບັດເຕີລີ່ແຕ່ລະປະເພດ ແລະ ການບໍລິຫານໄຟ ລວມໄປເຖິງສະພາບແວດລ້ອມທາງອາກາດ.

ໃນ 3 ຂໍ້ທາງດ້ານເທິງເຮົາຈະສາມາດຮູ້ໄດ້ແນວໃດ ?

1.ຄວາມຈຸແບັດເຕີລີ່ຂອງລົດ ແມ່ນຖືກກໍານົດມາກັບສະເປັກຂອງລົດເລີຍ ຄືກັນກັບໂທລະສັບມືຖື. ສໍາລັບລົດໄຟຟ້າແມ່ນຈະຖືກກໍານົດເປັນ KWh ຫລື ກິໂລວັດໂມງ. ຍົກຕົວຢ່າງລົດ BYD E2 ທີ່ຂ້ອຍຂີ່ແມ່ນແບັດມີຄວາມຈຸທີ່ 35KWh.

2. ສໍາລັບລາຄາຄ່າໄຟຟ້າ ເຖິງຈະມີຫຼາຍຂັ້ນ ແຕ່ຂ້ອຍແນະນໍາໃຫ້ຄູນໂຕສູງສຸດເລີຍທີ່ 1,019 ກີບຕໍ່ KWh + ອາກອນມູນຄ່າເພີ່ມ 10% = 1,120.9ກີບ ຕໍ່ KWh

3. ຂໍຕັ້ງໄວ້ເລີຍຄ່າຄວາມຕ່າງລະວ່າງໄຟຟ້າທີ່ໃຊ້ໃນການສາກແບັດ ແລະ ໄຟທີ່ບັນຈຸລົງໃນແບັດເຕີລີ່15% ເປັນ ເກນມາດຕະຖານ.

[ຄໍາອະທິບາຍຍາວໜ້ອຍນຶ່ງ] ໂດຍສະເລ່ຍແລ້ວຄ່າຄວາມຕ່າງລະວ່າງໄຟຟ້າທີ່ໃຊ້ໃນການສາກແບັດ ແລະ ໄຟທີ່ບັນຈຸລົງໃນແບັດເຕີລີ່ຈະຢູ່ໃນລະວ່າງ 10-15%. ຍົກຕົວຢ່າງເຮົາໃຊ້ໄຟຟ້າທັງໝົດ 100KWh ເພື່ອສາກໄຟ ແຕ່ໃນແບັດເຕີລີຈະໄດ້ຮັບຄວາມຈຸໄຟທີ່ 85KWh ໂດຍມີຄ່າຄວາມຕ່າງ 15KWh ຫລື 15%.

ເຊິ່ງຜ່ານການຄົ້ນຄວ້າ ເຫັນວ່າລົດ Tesla Model Y ນັ້ນມີຄ່າຄວາມຕ່າງຢູ່ທີ່ ປະມານ 13% ເນື່ອງຈາກໃຊ້ໄຟຟ້າ 87.86 KWh ໃນການສາກໄຟ ໂດຍບັນຈຸໄດ້ທີ່ 77.70 KWh.

ຂໍ້ມູນກ່ຽວກັບລົດ Tesla: https://iaspub.epa.gov/otaqpub/display_file.jsp?docid=51237&flag=1

ສໍາລັບລົດ BYD E2 ຂ້ອຍເອງກໍ່ໄດ້ມີການທົດລອງ ແລະ ຕິດຕາມເພື່ອຫາຄ່າສະເລ່ຍ ເນື່ອງຈາກບໍລິສາມາດຫາຂໍ້ມູນໄດ້, ໂດຍຂໍ້ມູນທີ່ໄດ້ຮັບແມ່ນຢູ່ທີ່ປະມານ 11.90% ເຊິ່ງຜ່ານການທົດລອງແມ່ນເຫັນວ່າລະບົບສາກໄຟໃຊ້ໄຟປະມານ 6.7KW ໃນການສາກ ແຕ່ລົດຮັບການສາກແບັດໄດ້ພຽງ 5.9KW ຕາມຮູບທາງດ້ານລຸ່ມເລີຍ

ເມື່ອໄດ້ 3ໂຕແປສໍາຄັນແລ້ວ ເຮົາກໍ່ຈະໄດ້ສູດດັ່ງນີ້

ສາກຈາກ 0% – 100%

ຄວາມຈຸແບັດເຕີລີ = 35KWh

ຫົວຫນ່ວຍໂຕຄູນຄ່າໄຟພ້ອມອາກອນ = 1,120.90ກີບ

ຄ່າຄວາມຕ່າງໄຟຟ້າທີ່ໃຊ້ ກັບໄຟຟ້າບັນຈຸ = 15%

(ຄວາມຈຸແບັດເຕີລີ + ຄ່າຄວາມຕ່າງ) X ຫົວຫນ່ວຍຄ່າໄຟ = ລາຄາໄຟຟ້າໂຕຈິງ

[35 + (35 x 0.15)] x 1,120.90 = 45,116.22ກີບ

ສະຫຼຸບແມ່ນສາກຈາກ 0-100% ແມ່ນໃຊ້ເງິນຄ່າໄຟທັງໝົດ 45,116.22ກີບ

ແຕ່ ແຕ່ ແຕ່! ບໍ່ແມ່ນທຸກຄົນຈະໃຊ້ໄຟຈົນເຫຼືອ 0% ແລ້ວມາສາກ ແຕ່ຈະສາກທຸກໆມື້ຕາມໄຟຟ້າທີ່ເຫຼືອຢູ່

ເຮົາສາມາດຄໍານວນລາຄາກີບ ຕໍ່ 1% ຂອງແບັດເຕີລີໄດ້ ໂດຍໃຊ້ສູດດັ່ງລຸ່ມນີ້:

ສິ່ງທີ່ເຮົາຮູ້:

  • ຄວາມຈຸແບັດຢູ່ທີ່ 35KWh
  • ໃຊ້ເງິນໃນການສາກ(0-100%) 45,116.22ກີບ
  • ນັ້ນໝາຍຄວາມວ່າການສາກ 1% = 451.15ກີບ

ຖ້າແບັດເຈົ້າເຫຼືອ 70% (ຂັບປະມານ 90 ກິໂລແມັດ) ແລ້ວເຈົ້າໄປສາກ ໝາຍຄວາມວ່າຕ້ອງສາກ 30% = 13,534ກີບ

ຖ້າແບັດເຈົ້າເຫຼືອ 50% (ຂັບປະມານ 150 ກິໂລແມັດ) ແລ້ວເຈົ້າໄປສາກ ໝາຍຄວາມວ່າຕ້ອງສາກ 50% = 22,558ກີບ

ສະຫຼຸບ:

ຫວັງວ່າບົດຄວາມນີ້ ເຮົາຈະໄດ້ຄວາມຮູ້ໃຫມ່ ແລະ ຮູ້ວ່າຕ້ອງຖາມຫຍັງໃນການທີ່ຈະຊື້ລົດໄຟຟ້າມາໃຊ້ໃນຊີວິດປະຈໍາວັນ. ລົດແຕ່ລະຄັນກໍ່ຈະມີຄວາມຈຸໄຟຟ້າໃນແບັດເຕີລີທີ່ຕ່າງກັນໄປ ແລະ ມີໄລຍະທາງທີ່ແຕກຕ່າງກັນ. ສະນັ້ນ ສູດນີ້ຈະເຮັດໃຫ້ທ່ານສາມາດຄໍານວນໄດ້ໃກ້ຄຽງທີ່ສຸດ ໃຫ້ຮູ້ວ່າທ່ານຄຸ້ມຄ່າຫຼາຍໜ້ອຍສໍ່າໃດໃນການເລືອກໃຊ້ລົດໄຟຟ້າ.

ລອງອ່ານກ່ຽວກັບ  BYD E2: ທົດລອງຄວາມໄວສູງສຸດ ແລະ ຄວາມໄວ 0-100KM ໃຊ້ເວລາເທົ່າໃດ

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.