ເລື່ອງລາວຂອງ TECH, STARTUP, ແລະ DIGITAL

1 ເດືອນ ປະຢັດເງິນ 2ລ້ານ ເລົ່າປະສົບການ ຫຼັງໃຊ້ລົດ ໄຟຟ້າ BYD E2 ມາ 1ເດືອນ

EV

ມື້ນີ້ໄດ້ມິໂອກາດມາອັບເດດໃຫ້ກັບຫຼາຍຄົນທີ່ກໍາລັງສົນໃຈລົດໄຟຟ້າ ຫຼັງຈາກຂ້ອຍໄດ້ຊື້ມາໃຊ້ແລ້ວ 1 ເດືອນເຕັມໆ ກໍ່ໄດ້ມີການທົດລອງຫລາຍໆຢ່າງໆໃນລະວ່າງເດືອນ ສະນັ້ນມື້ນີ້ຈະຂໍມາສະຫຼຸບໃຫ້ຟັງ

ພາບລວມການໃຊ້ງານ ໄລຍະທາງ ແລະ ຈໍານວນເງິນທີ່ເສຍໄປກັບຄ່າໄຟ

ໂດຍລວມໃນໄລຍະເວລາ 1ເດືອນ ຂ້ອຍໄດ້ໃຊ້ລົດໄປທັງໝົດ 2,534 ກິໂລແມັດ ແລະ ລົດໄດ້ຖືກໃຊ້ງານໄປທັງໝົດເປັນເວລາ 124.7ຊົ່ວໂມງ ຕາມຮູບທີ່ສະແດງຢູ່ທາງດ້ານລຸ່ມເລີຍ

ຕາມຂໍ້ມູນນີ້ເຮົາສາມາດຄໍານວນດ້ວຍການໃຊ້ວິທີຄິດໄລ່ຄ່າໄຟຜ່ານວິທີຄິດໄລ່ທີ່ຂ້ອຍເຄີຍຂຽນໄວ້ເທື່ອກ່ອນ (ໄລ່ເງິນຄ່າໄຟຟ້າສາກລົດແນວໃດ ໃຫ້ລະອຽດ ໃກ້ຄຽງ ແລະ ໄລ່ເອງໄດ້) ໄດ້ໂຕເລກການໃຊ້ເງິນຄ່າໄຟທັງໝົດປະມານ 360,000ກີບ ໃນການໃຊ້ລົດໝົດເດືອນ ໄລຍະທາງ 2,634ກິໂລແມັດ. ເຊິ່ງທຽບກັບລົດນໍ້າມັນຂອງຂ້ອຍໂດຍປະກະຕິດໄລຍະທາງນີ້ຈະຢູ່ທີ່ປະມານ 2,400,000ກີບ. ສະຫຼຸບຄືຂ້ອຍປະຢັດເງິນໄປ 2,040,000 ກີບ!!!!!

ພາບລວມການໃຊ້ງານ ແລະ ປັນຫາທີ່ເກີດຂຶ້ນ

ການໃຊ້ງານໂດຍລວມແມ່ນຍັງບໍ່ພົບປັນຫາກ່ຽວກັບໂຕລົດ. ປັນຫາທີ່ຂ້ອຍພົບສ່ວນໃຫຍ່ແມ່ນການຊາກໄຟໃນນະຄອນຫຼວງວຽງຈັນ, ເຂດຮ່ອມບ້ານທີ່ຂ້ອຍຢູ່ນັ້ນ ມີການໃຊ້ໄຟຟ້າຈໍານວນຫຼາຍ ເຮັດໃຫ້ໄຟຟ້າ ນັ້ນມາບໍ່ເຕັມທີ ເຮັດໃຫ້ການສາກໄຟລົດບໍ່ໄດ້ເຕັມທີ່ ໂດຍສະເພາະມື້ທີ່ອາກາດຮ້ອນເວລາ 7-11ໂມງກາງຄືນ. ເຊັ່ນວ່າໄຟບ້ານຫຼຸດລົງຈາກ 220V ເຫຼືອພຽງ 171V ແຕ່ນັ້ນກໍ່ບໍ່ແມ່ນປັນຫາ, ເພາະລົດ BYD ຈະສາກໄຟຕາມກະແສໄຟທີ່ໄດ້ຮັບ ໂດຍບໍ່ມີປັນກະທົບຫຍັງເລີຍກັບແບັດເຕີລີ ຫລື ລະບົບການສາກ

No photo description available.

ນອກນັ້ນ ໃນລົດ BYD E2 ຍັງສາມາດຕັ້ງເວລາການສາກໄຟລົດໄດ້, ເຊັ່ນວ່າເຮົາສາມາດສຸບສາຍສາກປະໄວ້ ແລ້ວຮອດເວລາ 3ໂມງເຊົ້າ ເວລາທີ່ຄົນໃຊ້ໄຟຟ້າໜ້ອຍ ແລ້ວຈຶ່ງໃຫ້ລົດເລີ່ມສາກໂຕເອງກໍ່ສາມາດເຮັດໄດ້ເຊັ່ນດຽວກັນ.

ນອກນັ້ນ ໃນລະວ່າງເດືອນນີ້ລົດຂ້າພະເຈົ້າຖືກລົດຈັກຕໍາໄຟທ້າຍລົດແຕກ ດັ່ງທີ່ຫຼາຍຄົນໃຫ້ຄວາມສົນໃຈ ແລະ ຖາມມາວ່າມີສູນສ້ອມແປງບໍ? ຢູ່ລາວສູນ BYD ເພີ່ນມີສູນໃຫ້ບໍລິການ ບໍາລຸງຮັກສາ, ສ້ອມແປງ, ແລະ ມີອາໄຫຼ່ ກ່ຽມພ້ອມໄວ້ໃຫ້ບໍລິການ. ສາມາດເບິ່ງຮູບປະກອບ ແລະ ບິນທາງດ້ານລຸ່ມໄດ້ເລີຍ ສາມາດແປງຮຽບຮ້ອຍພາຍໃນ 2ຊົ່ວໂມງເທົ່ານັ້ນ ລາຄາກໍ່ບໍ່ສູງ.

ບິນການສ້ອມແປງຕາທ້າຍ ແລະການຂັດສີຄືນໃຫມ່

ສໍາລັບຄົນທີ່ຖາມເຂົ້າມາ ມື້ນີ້ໃຫ້ຄໍາຕອບ ວ່າລົດມັນລາຍງານສະພາບທຸກຢ່າງໃຫ້ເຮົາບໍ ວ່າຂັບໄດ້ຈັກ ກິໂລແມັດ ແລະ ການຄໍານວນຕ່າງໆຫນ້າຕາເປັນແບບໃດ, ຂໍອະນຸຍາດເອົາຫນ້າຈໍການຂັບຂີ່ມາໂຊ ແລ້ວແຕ້ມອະທິບາຍເລີຍທາງດ້ານລຸ່ມ

ລອງອ່ານກ່ຽວກັບ  ໄລ່ເງິນຄ່າໄຟຟ້າສາກລົດແນວໃດ ໃຫ້ລະອຽດ ໃກ້ຄຽງ ແລະ ໄລ່ເອງໄດ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.