ເລື່ອງລາວຂອງ TECH, STARTUP, ແລະ DIGITAL

BYD E2: ທົດລອງຄວາມໄວສູງສຸດ ແລະ ຄວາມໄວ 0-100KM ໃຊ້ເວລາເທົ່າໃດ

EV

(ການທົດລອງນີ້ ຜູ້ຂັບບໍ່ໄດ້ຖ່າຍເອງ) ພໍດີມີຄົນຮຽກຮ້ອງມາຫຼາຍ ມື້ນີ້ເລີຍຖືໂອກາດລອງຄວາມໄວຈາກ 0-100KM/h ຈະໃຊ້ເວລາຈັກວິນາທີ ມາເບິ່ງກັນເລີຍ

ສະຫຼຸບ 1:

0-50KM/h ໃຊ້ເວລາ 5ວິນາທີ

0-100KM/h ໃຊ້ເວລາ 12ວິນາທີ

ສະຫຼຸບ 2:

ຄວາມໄວນີ້ຖືວ່າຈັດຢູ່ໃນລະດັບດີຖ້າທຽບໃສ່ລົດໃນເກນລາຄາ 24,900 USD. ອີກຈຸດນຶ່ງທີ່ຢາກໃຫ້ທຸກຄົນຄໍານຶງເຖິງຂໍ້ດີຂອງລົດໄຟຟ້າກໍ່ຄື ເວລາຂັບທາງໄກ ການແຊງລົດຈະໄດ້ດັ່ງໃຈເຮົາ ເພາະອັດຕາເລັ່ງບໍ່ວ່າຈະຢູ່ຄວາມໄວເທົ່າໃດແມ່ນສາມາດຢຽບເພີ່ມໄດ້ຕະຫຼອດເວລາ ບໍ່ມີລໍຮອບຈັກ ແລະ ສາມາດແຊງໄດ້ທັນທີທັນເວລາ.

ສະຫຼຸບ 3:

ຄວາມໄວສູງສຸດຂອງລົດທີ່ລອງຢູ່ເທິງທາງດ່ວນແມ່ນ 159 KM/h ເຊິ່ງມີຕອນທີ່ທົດລອງອາດຈະຍ້ອນທາງເປັນເນີນແນ່ ເຊິ່ງຄວາມສູງສຸດອາດຈະຮອດປະມານ 160KM/h ຕາມຮູບທາງດ້ານລຸ່ມເລີຍ

ລອງອ່ານກ່ຽວກັບ  ຂັບລົດ ໄປ-ກັບ ຈາກວຽງຈັນ - ສະຫວັນນະເຂດ ໃຊ້ເງິນຄ່າສາກໄຟຟ້າເທົ່າໃດ?

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.