ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຂັບລົດ ໄປ-ກັບ ຈາກວຽງຈັນ – ສະຫວັນນະເຂດ ໃຊ້ເງິນຄ່າສາກໄຟຟ້າເທົ່າໃດ?

EV, My Journey, Review, Stories

ພໍດີມີໂອກາດໄດ້ລົງໄປວຽກດ່ວນທີ່ສະຫວັນນະເຂດ ຈາກນະຄອນຫຼວງວຽງຈັນ ເລີຍຖືໂອກາດນີ້ມາແຊຄ່າໃຊ້ຈ່າຍເລື່ອງພະລັງງານການສາກໄຟຟ້າທັງໝົດຕະຫຼອດທາງ ທັງໄປແລະກັບ

  • ໝົດເງິນຄ່າສາກທັງໝົດ 523,588ກີບ
  • ຂັບຂີ່ໄປທັງໝົດ 947km
  • ໃຊ້ເວລາຂັບລົດທັງໝົດ 16ຊມ
  • ເສຍເວລາສາກໄຟຟ້າທັງໝົດ 42ນາທີຂາໄປ 85ນາທີຂາກັບ ລວມ 127 ນາທີ

ແຕ່ລະຈຸສາກ ແລະ ລາຍລະອຽດຄ່າໃຊ້ຈ່າຍແມ່ນອ່ານຕໍ່ໄດ້ຈາກທາງລຸ່ມເລີຍ

ຂາໄປຈາກ ນະຄອນຫຼວງວຽງຈັນ ໄປ-> ສະຫວັນນະເຂດ

  • ຈຸດເລີ່ມຕົ້ນ: ສາກທີ່ຫ້ອງການໂລກ້າ ເພາະລົດແບັດບໍ່ເຕັມ ສາກໄປ 30,418ກີບ ໄດ້ 12.70kwh ໃຊ້ເວລາ 17ນາທີ
  • ຈຸດທີ່ 2: ແວະສາກທີ່ປາກຊັນ ຮ້ານອາຫານ ແລະ ຄາເຟ່ JJ Bakery ສາກໄປ 90,590ກີບ 25.34kwh ໃຊ້ເວລາສາກ 30ນາທີ
  • ຈຸດທີ່ 3: ແວະສາກທີ່ທ່າແຂກ ບ້ານພັກທ່າແຂກໃຫມ່ ສາກໄປ 45,402ກີບ 12.70kwh ໃຊ້ເວລາສາກ 12ນາທີ

ຂາກັບຈາກ ສະຫວັນນະເຂດ ກັບ-> ນະຄອນຫຼວງວຽງຈັນ

  • ຈຸດເລີ່ມຕົ້ນ: ສາກທີ່ສະຫວັນນະເຂດຮ້ານຄາເຟ Macchiato ສາກໄປ 95,528ກີບ 27.84kwh ໃຊ້ເວລາສາກ 22ນາທີ
  • ຈຸດທີ່ 2: ແວະສາກທີ່ທ່າແຂກ ບ້ານພັກທ່າແຂກໃຫມ່ ສາກໄປ 72,501ກີບ 20.28kwh ໃຊ້ເວລາສາກ 16ນາທີ
  • ຈຸດທີ່ 3: ສາກທີ່ປາກຊັນ ຮ້ານອາຫານ ແລະ ຄາເຟ່ JJ Bakery ສາກໄປ 185,149ກີບ 51.79kwh ໃຊ້ເວລາສາກ 47ນາທີ ສາກດົນແນ່ເພາະແວະກິນເຂົ້າແລງພໍດີ.

ສ່ວນຄົນທີ່ສົນໃຈວ່າ ທຽບໃສ່ລົດນໍ້າມັນເດະ ປະຢັດລື່ນກັນຫຼາຍບໍ່, ຄໍາຕອບໂດຍແມ່ນຂຶ້ນກັບລົດທີ່ໃຊ້ ແຕ່ສະເລ່ຍການຈາກໄລຍະທາງທີ່ຂັບຂີ່ໃສ່ປະເພດລົດທີ່ໃກ້ຄຽງກັນ ໄລຍະທາງ 947km ໂດຍອັດຕາສິ້ນເປືອງນໍ້າມັນທີ 8ລິດ ຕໍ່ 100km ຈະໃຊ້ນໍ້າມັນທີ່ປະມານ 75ລິດ (ລິດລະ 25250ກີບ) ຫລື ປະມານ 1,893,750 ກີບ ຫລື ປະຢັດໄປ 1,370,162ກີບ. ອາດຈະເປັນເງິນບໍ່ຫລາຍ ຖ້າທຽບແລ້ວ ໃຊ້ເວລາເພີ່ມ 2ຊົ່ວໂມງ ປະຢັດເງິນເງິນໄປ 1,370,162ກີບ ຄຸ້ມຫຼືບໍ່ ອັນນີ້ແລ້ວແຕ່ທຸກຄົນຈະພິຈາລະນາ.

ລາຍລະອຽດການສາກລົດທັງໝົດຂອງທຼິບນີ້ຢູ່ໃນຮູບທາງດ້ານລຸ່ມ

ລອງອ່ານກ່ຽວກັບ  ແຊປະສົບການຫຼັງຈາກຂັບ ລົດໄຟຟ້າ BYD E2 ໄປວັງວຽງ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.