ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຟຼີ 3 ແອັບແປພາສາ (ພົດຈະນານຸກົມ) ສໍາລັບ Android ທີ່ຕ້ອງໂຫຼດໄວ້ຕິດເຄື່ອງ

ຂ່າວໄອທີ

ຊ່ວງນີ້ເປັນຊ່ວງກັກຕົວຢູ່ບ້ານເພື່ອຢຸດຄວາມສ່ຽງການຕິດພະຍາດ COVID19, ສຸລິໂຍ ກໍ່ເລີຍຖືໂອກາດນີ້ອັບເດດແອັບ ພົດຈະນານຸກົມ ທັງ 3 ແອັບ ເພື່ອອອກມາໃຫ້ຜູ້ໃຊ້ໂທລະສັບ Android ໄດ້ດາວໂຫລດໄປໃຊ້ກັນແບບຟຼີໆ ບໍ່ຕ້ອງເສຍເງິນ. ເຊິ່ງແຕ່ລະແອັບຈະເປັນແບບໃດ ມາເບິ່ງລາຍລະອຽດແບບຄ່າວໆກັນໄດ້ເລີຍ

Lao – English – Lao Dictionary: ພົດຈະນານຸກົມ ແປພາສາຈາກ ພາສາອັງກິດ – ພາສາລາວ ແລະ ພາສາລາວ – ພາສາອັງກິດ

ສໍາລັບແອັບນີ້ແມ່ນໃຊ້ສໍາລັບການແປ ພາສາອັງກິດ ເປັນ ພາສາລາວ ແລະ ພາສາລາວ ເປັນ ພາສາອັງກິດ. ແອັບດັ່ງກ່າວມີຄໍາສັບລວມກັນທັງໝົດຫຼາຍກວ່າ 50ພັນຄໍາ ແລະ ສາມາດອອກສຽງ ພາສາອັງກິດໄດ້ພ້ອມ ຫລື ເຮົາເອີ້ນວ່າ Talking Dict

ດາວໂຫລດ: https://play.google.com/store/apps/details?id=com.souliyo.app.eng.laodictionary&hl=en

Lao Dictionary: ພົດຈະນານຸກົມ ພາສາລາວແປພາສາລາວ ແລະ ພາສາລາວ ແປ ເປັນພາສາອັງກິດ

ແອັບດັ່ງກ່າວແມ່ນມີຖານຂໍ້ມຄໍາສັບ ພາສາລາວ ແປ ລາວ ຫຼາຍກວ່າ 10ພັນຄໍາ ແລະ ພາສາລາວ ແປເປັນອັງກິດຫຼາຍກວ່າ 50ພັນຄໍາ. ເໝາະສົມສໍາລັບນັກຂຽນ ຫຼື ນັກຂ່າວ ທີ່ຕ້ອງການອ້າງອີງຄໍາສັບພາສາລາວ ແລະ ຄໍາສັບພາສາລາວໃນພາສາອັງກິດ.

ດາວໂຫລດ: https://play.google.com/store/apps/details?id=com.souliyo.app.dictionaryLao&hl=en

LaoLaw terms: ແອັບປະມວນຄໍາສັບໃນກົດໝາຍລາວ ແລະ ຄໍາສັບທາງການ ພາສາລາວແປພາສາລາວ ແລະ ພາສາລາວ ແປ ເປັນພາສາອັງກິດ

ແອັບດັ່ງກ່າວແມ່ນໄດ້ຮັບການຮ່ວມມືກັບກະຊວງຍຸຕິທໍາໃນຊ່ວງປີ 2016. ເຊິ່ງເປັນຂໍ້ມູນດັ່ງກ່າວແມ່ນມີຫຼາຍກວ່າ 10ພັນຄໍາສັບ ທັງພາສາລາວ ແລະ ພາສາອັງກິດ. ເໝາະສົມສໍາລັບນັກແປພາສາທີ່ໃຊ້ໄດ້ໃຊ້ທາງການ ແລະ ນັກກົດໝາຍຕ່າງໆ ເພື່ອນໍາໃຊ້ເປັນບ່ອນອີງໃນກໍລະນີແປເອກະສານທາງການ ແລະ ເອກະສານກົດໝາຍ

ດາວໂຫລດ: https://play.google.com/store/apps/details?id=com.souliyo.app.Laolawterms&hl=en

ລອງອ່ານກ່ຽວກັບ  google ເປີດໂຕ google instant ຄົ້ນຫາແບບບໍ່ຕ້ອງຄິກ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.