ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ອັບເດດ Android: ແອັບພົດຈະນານຸກົມ ລາວແປລາວ ແລະ ລາວແປອັງກິດ

Android Apps, ຂ່າວໄອທີ

ພໍດີຊ່ວງນີ້ໄດ້ກັກໂຕຢູ່ບ້ານ ແລະ ກໍ່ຄິດພໍ້ວ່າກ່ອນໜ້ານີ້ມີຫຼາຍຄົນທີ່ໃຊ້ແອັບ ພົດຈະນານຸກົມລາວ ບໍ່ສາມາດໃຊ້ງານໄດ້ ເນື່ອງຈາກແອັບບໍ່ຮອງຮັບໂທລະສັບ Android ລຸ້ນໃຫມ່ໆ. ເນື່ອງຈາກຍອດດາວໂຫລດ ແລະ ຍອດຜູ້ໃຊ້ໃນໄລຍະທີ່ຜ່ານມາມີຈໍານວນຫຼາຍ ທາງຂ້າພະເຈົ້າເອງກໍ່ຄິດວ່າມັນຫນ້າຈະເປັນປະໂຫຍດກັບຜູ້ໃຊ້ ແລະ ສັງຄົມ ຖ້າມັນສາມາດກັບມາໃຊ້ໄດ້ອີກເທື່ອນຶ່ງ. ມື້ນີ້ກໍ່ເລີຍຕັດສິນໃຈເປີດໄຟລ໌ໂປຼເຈັກເກົ່າຂຶ້ນມາແກ້ ແລະ ອັບເກຼດໃຫ້ເຂົ້າກັບໂທລະສັບ Android ລຸ້ນໃຫມ່.

ແອັບດັ່ງກ່າວມີຖານຂໍ້ມູນ ພາສາລາວ ແປ ພາສາລາວ ແລະ ພາສາລາວ ແປເປັນພາສາອັງກິດ ລວມກັນທັງໝົດ 50ພັນກວ່າຄໍາ. ປັດຈຸບັນແມ່ນທ່ານສາມາດດາວໂຫລດໄດ້ແລ້ວທີ່ Google Playstore https://play.google.com/store/apps/details?id=com.souliyo.app.dictionaryLao

ສຸດທ້າຍ ທ້າຍສຸດ ແອັບດັ່ງກ່າວແມ່ນດາວໂຫລດຟຼີ ຫາກທ່ານໃດຄິດວ່າເປັນປະໂຫຍດ ແລະ ໄດ້ໃຊ້ງານຫຼາຍ ກະລຸນາ ແຊໃຫ້ຄົນອື່ນໄດ້ຮັບຮູ້ຕໍ່ ແລະ ຖ້າມີເງື່ອນໄຂ ຊ່ວຍບໍລິຈາກ ເພື່ອເປັນຄ່າກາເຟໃນການພັດທະນາເທື່ອຕໍ່ໄປ XD

ບັນຊີທະນາຄານການຄ້າຕ່າງປະເທດ

ເລກບັນຊີ: 019120000999556001
ຊື່: SOULIYO VONGDALA

ລອງອ່ານກ່ຽວກັບ  Amazon ໃຫ້ທົດລອງໃຊ້ App ຂອງ Android ເທິງຫນ້າເວັບ ກ່ອນການຊື້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.