ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ກໍລະນີສຶກສາ ກັບ ໂລກ້າ: Sharing economy ເສດຖະກິດແບ່ງປັນ ມັນເປັນໄປໄດ້ແທ້ບໍ?

ຂ່າວໄອທີ

ປົກກະຕິຂ້ອຍຈະເປັນຄົນທີ່ໄດ້ໃຊ້ລົດຫລາຍ ໃນການໄປວຽກນອກສະຖານທີ່ ການເດີນທາງຂ້າມແຂວງ ແລະ ໄປສັງສັນຍາມກາງຄືນທີ່ສ່ວນໃຫຍ່ຕ້ອງໄດ້ດື່ມສິ່ງມຶນເມົາ

ເນື່ອງຕົນເອງກໍ່ເປັນ CEO ຂອງໂກລ້າ ບໍລິການແທັກຊີອອນລາຍ 24ຊົ່ວໂມງແນ່ ກໍ່ເລີຍຄິດວ່າຢາກຈ້າງຄົນຂັບ 1 ຄົນ ເປັນຄົນຂັບລົດສ່ວນຕົວ ແລະ ໃຊ້ເວລາວ່າງຕອນທີ່ຂ້ອຍບໍ່ໄດ້ໃຊ້ລົດ ໃຫ້ໄປຂັບບໍລິການໂລກ້າແທນ.

ແລ້ວໂມເດວຂອງ Sharing Economy ກໍ່ເກີດຂຶ້ນ

ໝາຍເຫດ: ກ່ອນທີ່ຈະອ່ານລາຍລະອຽດຕໍ່ໄປນີ້ ຫຼາຍຄົນສາມາດນໍາເອົາໄປປັບໃຊ້ໃຫ້ເໝາະກັບສະຖານະການຂອງຕົນເອງ ເຊິ່ງອາດຈະມີຫຼາຍຈຸດທີ່ບໍ່ຄືກັນ.

ພື້ນຖານແລ້ວຂ້ອຍເປັນຄົນແຂວງວຽງຈັນ ທຸກອາທິດຂ້ອຍຕ້ອງຂັບລົດໄປກັບແຂວງວຽງຈັນ-ນະຄອນຫຼວງ, ຂ້ອຍເລີຍຕັດສິນໃຈເອົາໝູ່ທີ່ຢູ່ແຂວງວຽງຈັນນໍາກັນມາຂັບລົດໃຫ້ຂ້ອຍ ເພື່ອຈະໄດ້ສະດວກໃນການຂັບລົດໄປກັບລະຫວ່າງແຂວງໄດ້ນໍາ.

ການຕົກລົງກັນກ່ຽວກັບຄ່າຕອບແທນຕໍ່ເດືອນແມ່ນມີດັ່ງນີ້:

  • ເງິນເດືອນພື້ນຖານ 1,500,000 ກີບ
  • ເງິນຄ່າເຊົ່າຫ້ອງແຖວ 600,000 ກີບ
  • ເງິນກິນເຂົ້າສວາຍ 300,000ກີບ
  • ສ່ວນແບ່ງຈາກລາຍໄດ້ທີ່ໃຫ້ບໍລິການໂລກ້າ 30%

ສໍາລັບຂ້ອຍທີ່ເປັນເຈົ້າຂອງລົດ ແລະ ຜູ້ວ່າຈ້າງ ຂ້ອຍຈະໄດ້ຮັບຜິດຊອບຄ່ານໍ້າມັນ, ຄ່າບໍາລຸງຮັກສາລົດ, ປະກັນໄພ, ແລະຄ່າໃຊ້ຈ່າຍອື່ນໆກ່ຽວກັບໂຕລົດທີ່ປົກກະຕິຂ້ອຍກໍ່ຕ້ອງໄດ້ຈ່າຍມັນຢູ່ແລ້ວ. ແລະ ສ່ວນທີ່ຈະໄດ້ຈ່າຍເພີ່ມຂຶ້ນມາຈະເປັນພຽງຄ່ານໍ້າມັນລົດ.

ຫຼັງຈາກເລີ່ມທົດລອງມາໄດ້ 2ເດືອນກໍ່ເລີຍເອົາ ຍອດຂອງເດືອນ ສິງຫາ 2020 ມາສະຫຼຸບໃຫ້ເບິ່ງກັນ

ລາຍໄດ້ຂ້ອຍຈາກການທີ່ຄົນຂັບຂ້ອຍຂັບໂລກ້າ ໃນເວລາທີ່ຂ້ອຍບໍ່ໄດ້ໃຊ້ລົດທັງໝົດ

ລາຍໄດ້ທີ່ຄົນຂັບຕ້ອງໄດ້ທັງໝົດ ແລະ ແຍກເປັນແຕ່ລະສ່ວນ ເຊິງຫຼັກໆແບ່ງເປັນ 2 ສ່ວນຫຼັກຄືນ ລາຍໄດ້ຄົງທີ 2,400,000 ແລະ ລາຍໄດ້ອີງຕາມລາຍຮັບຂອງໂລກ້າ 30%

ຫຼັງຈາກໄດ້ໂຕເລກທັງສອງມາ ເຮົາຈະສັງເກດເຫັນວ່າ ໂຕເລກລາຍໄດ້ສຸດທິແມ່ນ ຕໍ່າກວ່າ ເງິນຂອງຄົນຂັບທັງໝົດ ນັ້ນໝາຍຄວາມວ່າ ຂ້ອຍຕ້ອງໄດ້ຈົກຖົງສ່ວນຕົວຂ້ອຍຈໍານວນ 658,217.02 ກີບ ເພື່ອຈ່າຍໃຫ້ຄົນຂັບໄດ້ເພີ່ມ. ຄວາມໝາຍນຶ່ງກໍ່ຄື ໝົດເດືອນ ສິງຫາ 2020 ຂ້ອຍໄດ້ຈົກຖົງຕົນເອງໃນການມີຄົນຂັບລົດສ່ວນຕົວເພື່ອໃຫ້ຂ້ອຍໄປມາສະດວກ ແລະ ປອດໄພ ພຽງແຕ່ 658,217.02 ກີບ ເທົ່ານັ້ນ.

ສິ່ງທີ່ຂ້ອຍໄດ້ຮັບ:

  • ຂ້ອຍໄດ້ໃຊ້ລົດຂ້ອຍໃຫ້ເກີດປະໂຫຍດສູງສຸດ
  • ຂ້ອຍໄດ້ສ້າງວຽກເຮັດງານທໍາໄດ້ເພີ່ມ 1 ຕໍາແໜ່ງທີ່ມີລາຍໄດ້ປານກາງຫາສູງ
  • ຂ້ອຍໄດ້ນັ່ງລົດແບບສະບາຍໃຈ ບໍ່ຕ້ອງຂັບເອງໃຫ້ເໝື່ອຍ ໂດຍສະເພາະເວລາທ່ຽວກັບບ້ານທີ່ຕ່າງແຂວງ
    • ຂ້ອຍສາມາດນອນກັບບ້ານໄດ້ໃນແລງວັນສຸກ ຫຼັງຈາກເລີກວຽກເມື່ອຍໆ
    • ຂ້ອຍສາມາດນອນໃນລົດລະວ່າງເຂົ້າມາວຽງຈັນໃນຕອນເຊົ້າວັນຈັນທີ່ຂ້ອຍຕ້ອງຕື່ນແຕ່ເດິກໄດ້
  • ຂ້ອຍສາມາດເຮັດວຽກໄດ້ໃນລະວ່າງທີ່ນັ່ງລົດໄປບ່ອນໃດນຶ່ງ ເຮັດໃຫ້ຂ້ອຍໃຊ້ເວລາຂອງຂ້ອຍໃຫ້ເກີດປະໂຫຍດສູງສຸດ
  • ຂ້ອຍບໍ່ເຄີຍຕ້ອງເປັນຫ່ວງເລື່ອງຈອດລົດເລີຍຫຼັງຈາກທີ່ມີຄົນຂັບສ່ວນຕົວ
  • ຂ້ອຍສາມາດໄປທ່ຽວ ດື່ມສັງສັນໄດ້ຢ່າງສະບາຍໃຈ ໂດຍບໍ່ຕ້ອງຂັບລົດ ແລະ ສາມາດກັບຮອດບ້ານໄດ້ຢ່າງປອດໄພທຸກຄັ້ງ
  • ຂ້ອຍໃນຄອບຄົວ ແລະຄົນໃກ້ຊິດຂ້ອຍກໍ່ຍັງສາມາດໝຸນໃຊ້ລົດຂ້ອຍໄດ້ ໂດຍບໍ່ຈໍາເປັນຕ້ອງມາລົບກວນເວລາເຮັດວຽກຂອງຂ້ອຍ
  • ນອກນັ້ນຍັງມີເລື່ອງເລັກໆນ້ອຍໆທີ່ຄົນຂັບຂ້ອຍສາມາດໄປເຮັດແທນຂ້ອຍໄດ້ເຊັ່ນ: ເອົາລົດໄປທໍາຄວາມສະອາດ, ຈອດຢາງ, ເອົາເຄື່ອງ, ນໍາລົດໄປບໍາລຸງຮັກສາ, ແລະ ວຽກອື່ນໆທີ່ແຕ່ກ່ອນຂ້ອຍຈະຕ້ອງຍາດເອົາເວລາເຮັດວຽກ ຫລື ເວລາ ຫຼັງເລີກວຽກໄປເຮັດ.

ສິ່ງທີ່ຂ້ອຍໄດ້ແບກຮັບເພີ່ມ:

ນອກຈາກເງິນສ່ວນຕ່າງ 600,000 ທີ່ຂ້ອຍໄດ້ຈົກຈ່າຍເພີ່ມ ສິ່ງທີ່ຂ້ອຍຕ້ອງແບກຮັບເພີ່ມເຕີມກໍ່ຈະມີດັ່ງນີ້

  • ຄ່າໃຊ້ຈ່າຍໃນການເຕີມນໍ້າມັນເພີ່ມຂຶ້ນ
    • ເຊິ່ງຫຼັງຈາກມີຄົນຂັບສ່ວນຕົວ ແລະ ໃຫ້ບໍລິການເທິງໂລກ້າ ຄ່ານໍ້າມັນລົດຂ້ອຍເພີ່ມຂຶ້ນມາ 8ແສນກີບ ໃນເດືອນ ສິງຫາ, ສ່ວນນຶ່ງອາດຈະຍ້ອນວ່າ ຂ້ອຍທຽວຂ້າມແຂວງເພີ່ມຂຶ້ນ 3 ຮອບໃນເດືອນ ສິງຫາທີ່ຜ່ານມາ ໂດຍປົກກະຕິຈະຢູ່ປະມານ 4ຮອບ ຕໍ່ເດືອນ ເປັນ 7ຮອບ.
    • ຖ້າບໍ່ລວມການທຽວຂ້າມແຂວງທີ່ເພີ່ມຂຶ້ນມາຄ່າໃຊ້ຈ່າຍນໍ້າມັນທີ່ເພີ່ມຂຶ້ນມາໜ້າຈະຢູ່ປະມານ 5ແສນກີບ.
  • ການບໍາລຸງຮັກສາລົດທີ່ຈະເພີ່ມຂຶ້ນມາ ເນື່ອງຈາກລົດໄດ້ໃຊ້ເລື້ອຍໆ

ສະຫຼຸບ

ໂດຍລວມແລ້ວຖືວ່າເປັນການລົງທຶນທີ່ຄຸ້ມຄ່າ ທັງໂຕຂ້ອຍເອງ ແລະ ທັງຜູ້ທີ່ຮັບວຽກຂັບລົດໃຫ້ກັບຂ້ອຍ, ເຊິ່ງຕາມການຄໍານວນແລ້ວ ຖ້າຫາກຄົນຂັບຂ້ອຍສາມາດເພີ່ມຍອດການໃຫ້ບໍລິການໂລກ້າໄດ້ເພີ່ມຂຶ້ນ ນະຈຸດຈຸດນຶ່ງທຸກຢ່າງຈະສົມດຸນກັນ ໂດຍທີ່ຂ້ອຍບໍ່ຈໍາເປັນຕ້ອງຈົກເງິນເພີ່ມ ແລະ ຄົນຂັບຂ້ອຍກໍ່ຈະໄດ້ຮັບເງິນຕໍ່ເດືອນຫຼາຍຂຶ້ນ.

ທ່ານເດ? ເຄີຍຢາກລອງຫຍັງແບບນີ້ບໍ? ຖ້າຢາກລອງໃຫ້ຕິດຕໍ່ທີມງານໂລກ້າໄດ້ເລີຍທີ 02098111129

ລອງອ່ານກ່ຽວກັບ  ເອເຊີລ໌ໂຊແອນດລອຍດ໌ແທັບເລັດ ຄາດວາງຂາຍທ້າຍປີນີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.