ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ແກ້ໃຫ້ແລ້ວ ຟ້ອນເພັດສະລາດ ສາມາດໃຊ້ເທິງ MS Office ຂອງ MacOS ລຸ້ນໃໝ່ ໄດ້ແລ້ວ

ຂ່າວໄອທີ

ໃນທີ່ສຸດ ຫລັງຈາກເປັນເວລາມາ 2 ປີປາຍ, 2ປີ ກວ່າໆທີ່ຕັ້ງແຕ່ໃຊ້ Microsoft Office ເວີຊັ່ນໃຫມ່ ເທິງລະບົບປະຕິບັດການ MacOS ມາແລ້ວບໍ່ສາມາດໃຊ້ ຟ້ອນ ເພັດສະລາດ ໂອທີ OT ໄດ້. ໂອເຄ ສິ້ນສຸດການການຖ້າ ແລະ ການຖາມ, ແລະ ຂ້ອຍເອງກໍ່ຢາກບອກວ່າຂ້ອຍບໍ່ແມ່ນເຈົ້າຂອງຟ້ອນ ແຕ່ຂ້ອຍກໍ່ໄດ້ຮັບຄໍາຖາມນີ້ມາຕະຫຼາດ ວ່າ “ເຮັດແນວໃດ ໃຊ້ຟອນເພັດສະລາດ ໃນ Office ເທິງ Mac ບໍ່ໄດ້?” ຫລາຍຮ້ອຍກວ່າຄັ້ງ ທັງຄົນໃກ້ຕົວ ແລະ ຈາກ page ຂອງ Souliyo Key.

ມື້ນີ້ເລີຍກັດແຂ້ວສູ້ ຖືວິສາສະ (ລ່ວງ) ແກ້ປັນຫາດັ່ງກ່າວດ້ວຍການອັບເດດຟ້ອນເພັດລາດໃຫ້ໃຫມ່ສະ ທຸກຢ່າງຍັງຄືເກົ່າ ແຕ່ເປັນຟ້ອນທີ່ບໍ່ສົມບູນ ແລະ ເຮັດໃຫ້ມີປັນຫາກັບລະບົບອື່ນຊື່ໆ ເນາະ. ໂດຍສະເພາະເຫັນປັນຫາໃນ ສະລະ ອຶ ນໍາ

ໃຜກໍາລັງຕົກເປັນຢູ່ໃນສະຕາກໍານີ້ ບໍລິຈາກມາເລີຍ ທີ່ບັນຊີ BCEL

ເລກບັນຊີ: 019120000999556001
ຊື່: SOULIYO VONGDALA

ຫຼັງຈາກເສຍເວລາໄປຫຼາຍມື້ ລວມເວລາເຮັດວຽກ ແລະ ຊອກຫາປັນຫາທີ່ແທ້ຈິງ ແລະ ແກ້ໄຂ ລວມເປັນເວລາ 11ຊົວໂມງປາຍໆ ນີ້ຄືເວລາທີ່ຂ້ອຍຄວນຈະພັກຜ່ອນຈາກການເຮັດວຽກປະຈໍາຂອງຂ້ອຍ

ຈັດໄປເລີຍວິດີໂອທາງລຸ່ມນີ້ ສອນທັງວິທີແກ້ໄຂສໍາລັບ MacOS

ດາວໂຫລດຟ້ອນເພັດສະລາດ ອັບເດດປີ 2020: https://souliyo.com/key/

ລອງອ່ານກ່ຽວກັບ  ລາຍລະອຽດເພີ່ມເຕີມ ກ່ຽວກັບ XY Lao Tablet (ສະເປັກ ແລະ ຮູບພາບ)

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຂອບໃຈຫຼາຍເດີ້ ທີ່ເສຍສະຫຼະເວລາແກ້ໄຂ ແລະ ແບ່ງປັນໃຫ້ຜູ້ອື່ນໄດ້ໃຊ້ນຳ ຂ້າພະເຈົ້າກໍ່ເປັນຜູ້ໜຶ່ງໃນຈຳນວນຫຼາຍຄົນທີ່ຂ້ອງຄາເລື່ອງນີ້ຢູ່ ແລະ ຂໍອະນຸຍາດແລກປ່ຽນນຳທ່ານຜູ້ແກ້ໄຂເດີ້ ວ່າ ຊ່ວງທຳອິດ ແມ່ນລົງຟ້ອນໄປແລ້ວ ແຕ່ຍັງໃຊ້ບໍ່ໄດ້ ພິມກະບໍ່ອອກ ແຕ່ມື້ດີ ຄືນດີ ຂ້າພະເຈົ້າເປີດຟາຍທີ່ມີຟ້ອນເພັດສະລາດ ເພື່ອເບິ່ງຂໍ້ມູນ ແລະ ຂ້າພະເຈົ້າເປີດອີກຟາຍໜຶ່ງ ປາກົດວ່າໄດ້ເລີຍ ທັ້ງຄັດລອກມາ ແລະ ແກ້ໄຂ ປັບປ່ຽນໄດ້…ເຮັດໃຫ້ຊີວິດງ່າຍຂຶ້ນໄປອີກ ຂອບໃຈອີກເທືອເດີ້

    ຂ້າພະເຈົ້າລ້ຽງກາເຟຈອກໜຶ່ງ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.