ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iOS 13 ແລະ iPadOS ຮອງຮັບພາສາລາວມາໃນໂຕ ແລະ ແປ້ນພິມທາງນອກສາມາດພິມພາສາລາວໄດ້ແລ້ວ

ຂ່າວໄອທີ

ຫຼາຍຄົນອາດຈະເຫັນຂ່າວໄປແລ້ວ ວ່າ iOS 13 ໄດ້ເປີດໂຕແລ້ວໃນງານ WWDC 2019 ເຊິ່ງໃນ iOS 13 ກໍ່ມີຄວາມສາມາດຫຼາກຫຼາຍເພີ່ມເຂົ້າມາລວມທັງ Dark Mode. ນອກນັ້ນໃນ iOS 13ເອງ ແມ່ນ iPad ໄດ້ມີການແຍກ OS ອອກມາໂດຍໃສ່ຊື່ວ່າ iPadOS ແນ່ນອນມີຄວາມສາມາດເດັ່ນໆເພີ່ມຂຶ້ນມາຫຼາຍ. ສາມາດເບິ່ງລາຍລະອຽດທັງໝົດໄດ້ທີ່ລິ້ງທາງດ້ານລຸ່ມໄດ້

iPadOS: https://www.apple.com/ipados/ipados-preview/
iOS 13: https://www.apple.com/ios/ios-13-preview/

ແຕ່ທີ່ຂຽນບົດຄວາມນີ້ຂຶ້ນມາ ກໍ່ເພື່ອ (ຕາມຫົວຂໍ້ເລີຍ) ແຈ້ງໃຫ້ຮູ້ວ່າໃນ iOS 13 ແລະ iPadOS ແມ່ນ Apple ໄດ້ຝັງແປ້ນພິມພາສາລາວເຂົ້າໄປຢ່າງເປັນທາງການແລະເປັນທີ່ຮຽບຮ້ອຍແລ້ວ ທັງ iPad ແລະ iPhone.

ນອກຈາກຝັງແປ້ນພິມເຂົ້າໄປແລ້ວ ຄວາມສາມາດທີ່ຄົນໃຊ້ iPad ຫຼາຍໆຄົນລໍຖ້າມາຫຼາຍປີກໍ່ຄືການພິມພາສາລາວໄດ້ໂດຍຜ່ານແປ້ນພິມທາງດ້ານນອກ ຫຼື Smart Keyboard ນັ້ນເອງ.

ລອງອ່ານກ່ຽວກັບ  Google ສະຫນັບສະຫນຸນ Cloud Printing ໃນໂທລະສັບມືຖືແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.