ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Wikipedia ອອກແອັບຯສຳລັບ Android ຢ່າງເປັນທາງການແລ້ວ

Android Apps, ຂ່າວໄອທີ

ຫລ້າສຸດທາງເວັບໄຊຕ໌ Wikipedia ເວັບສາລານຸກົມອັນດັບຫນຶ່ງຂອງໂລກ ກໍ່ໄດ້ອອກແອັບຯສຳລັບອຸປະກອນ Android ຢ່າງເປັນທາງການແລ້ວ. ຫລັງຈາກທີ່ກ່ອນຫນ້ານີ້ປ່ອຍໃຫ້ຜູ້ໃຊ້ຕ້ອງອົດທົນໃຊ້ງານ ແອັບຯຈາກພັດທະນາລາຍອື່ນມາດົນ. ໃນເວີຊັ່ນທຳອິດຂອງ Wikipedia For Android ນີ້ກໍ່ມີຄວາມສາມາດທີຫນ້າສົນໃຈຫລາຍ ເຊິ່ງໄດ້ແກ່:

  • ຈັດເກັບບົດຄວາມໄວ້ອ່ານຕາມຫລັງ (ແບບອອຟໄລນ໌).
  •  ຄົ້ນຫາບົດຄວາມ ຕາມສະຖານທີ່ ທີ່ຢູ່ໃກ້.
  • ແບ່ງປັນບົດຄວາມໄດ້ ດ້ວຍຄວາມສາມາດ Share ທີ່ມາໃນ Android.
  • ສາມາດອ່ານບົດຄວາມໄດ້ໃນຫລາຍພາສາ.
  • ການສະແດງ ແລະ ການຄົ້ນຫາແບບເຕັມຫນ້າຈໍ.

ເຫັນຄວາມສາມາດແລ້ວ ກໍ່ເປັນຕາໂຫລດມາເກັບໄວ້ໃນເຄື່ອງ ສຳລັບນັກສຶກສາ ຫລື ນັກຫາຄວາມຮູ້ຮອບໂຕ ຕ້ອງບໍ່ພາດ. ສາມາດດາວໂຫລດໄດ້ຫລ້າໆທີ່ https://market.android.com/details?id=org.wikipedia

ທີ່ມາ – Android Market

ລອງອ່ານກ່ຽວກັບ  "Go" ພາສາ​ໂປ​ແກມ​ໃໝ່​ຈາກ​ກູ​ເກີ້ນ

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.