ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Motorola Xoom ໄດ້ອັບເດດເປັນ Android 4.0 ICS ຢ່າງເປັນທາງການແລ້ວ

ຂ່າວດ່ວນ, ແທັບເລັດ

ລາຍງານຫລ້າສຸດ ທາງ Motorola ໄດ້ນຳຂ່າວດີມາໃຫ້ຜູ້ໃຊ້ແທັບເລັດຂອງຕົນເອງ, ໂດຍການປ່ອຍຊຸດອັບເກຼດ Android 4.0.3 Ice Cream Sandwich  ໃຫ້ກັບ Motorola Xoom ເປັນທີ່ຮຽບຮ້ອຍແລ້ວ. ໂດຍການປະຈຸບັນລຸ້ນທີ່ໄດ້ຮັບການອັບເກຼດແບບ OTA ຍັງເປັນພຽງລຸ້ນ WIFI ໃນອາເມລິກາເທົ່ານັ້ນ. ສຳລັບປະເທດອື່ນໆ ຫລື ເຄື່ອງໂຊນອື່ນ ລວມເຖິງລຸ້ນ 3G ຫນ້າຈະຕາມຫລັງມາໄວໆນີ້. ສຳລັບໃຜທີ່ໃຊ້ຢູ່ ກໍ່ລອງເຂົ້າໄປກວດກາການອັບເດດເບິງ ບາງທີອາດຈະໄດ້ຮັບການແຈ້ງເຕືອນໃຫ້ອັບເດດກໍ່ໄດ້.

ທີ່ມາ -​ Android Central

ລອງອ່ານກ່ຽວກັບ  Skype ບຸກຕະຫຼາດ Android ເປີດຮອງຮັບ Video Call ໃນ Android ອີກຫຼາຍລຸ້ນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.