ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Kinect ສຳລັບ Windows ເປີດໃຫ້ສັ່ງຈອງແລ້ວ, ເລີ່ມວາງຂາຍ ກຸມພາ ນີ້.

ຂ່າວດ່ວນ, ຂ່າວໄອທີ

ຫລ້າສຸດໃນງານ CES 2012 ທາງ Microsoft ກໍ່ມີຂ່າວດີມາໃຫ້ສາວົກ Windows ໄດ້ດີໃຈ ແລະ ເຮໄປພ້ອມກັນ, ເມຶ່ອທາງ Microsoft ໄດ້ປະກາດວ່າຈະເລີ່ມວາງຂາຍ Kinect ລຸ້ນສຳລັບ Windows ໃນຕົ້ນເດືອນກຸມພາ ນີ້.  ເຊິ່ງການວາງຂາຍນັ້ນຈະເລີ່ມວາງຂາຍໃນ 10 ປະເທດ ເຊິ່ງໄດ້ແກ່: ອາເມລິກາ, ອອສຕາລີ, ການາດາ, ຟຣັງ, ເຢຍລະມັນ, ໄອແລນ, ອີຕາລີ, ແມັກຊິໂກ, ນິວຊີແລນ, ສະເປນ, ແລະ ສາທາລະນະລັດ ອັງກິດ. ສ່ວນລາຄາຂາຍຂອງ Kinect ສຳລັບ Windows ນີ້ແມ່ນ $249.99  ຕໍ່ຫນຶ່ງອັນ, ແລະປະຈຸບັນໄດ້ເລີ່ມເປີດໃຫ້ຈອງຜ່ານເວັບໄຊຕ໌ Amazon ຮຽບຮ້ອຍແລ້ວ.

ທີ່ມາ – Microsoft, Amazon

ລອງອ່ານກ່ຽວກັບ  ຄວາມຈິງບາງຢ່າງກ່ຽວກັບ ໄມ​ໂຄ​ຊອຟົທ໌ ທີ່ທ່ານອາດຈະຍັງບໍ່ຮູ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.