ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເຜີຍຕົ້ນແບບຂອງ iPod touch ມາພ້ອມກັບປຸ່ມ Home ແບບ Capacitive

ຂ່າວໄອທີ

ລ່າສຸດເວັບໄຊຕ໌ CrunchGear ໄດ້ນຳເອົາຮູບຕົ້ນແບບ iPod touch ມາໂພສລົງ, ເຊິ່ງ iPod touch ໂຕດັ່ງກ່າວນີ້ຈະມາກັບປຸ່ມ Home ແບບ Capacitive ຫລືແບບທີ່ສຳພັດເອົາ (ກົດບໍ່ລົງ 😀 ). ນອກນັ້ນ iPod ລຸ້ນນີ້ຍັງມາກັບຄວາມຈຸເຖິງ 128GB ເຊິ່ງຫລາຍກວ່າລຸ້ນປະຈຸບັນ ທີ່ຮູ້ກັນດີຄືລຸ້ນສູງສຸດຂອງ iPod touch ແມ່ນ 64GB. ສ່ວນໂຕເລກ Model ຂອງ iPod touch ລຸ້ນທີ່ລຸດອອກມານີ້ແມ່ນໄກ້ຄຽງກັບລຸ້ນປະຈຸບັນຫລາຍ ເຊິ່ງລຸ້ນປະຈຸບັນຈະເປັນ MC54xLL ແລະລຸ້ນທີ່ເຫັນຢູ່ນີ້ແມ່ນ MC550LL. ນອກຈາກນັ້ນ ຂ່າວນີ້ຍັງໄປເຂົ້າປະເດັນກັບຂ່າວ iPhone ລຸ້ນ 64GB ທີ່ລຸດອອກມາກ່ອນຫນ້ານີ້ ອີກດ້ວຍ.

ທີ່ມາ – CrunchGear

ສາມາດເບິງຮູບເພີ່ມເຕີມທ້າຍຂ່າວ:

ລອງອ່ານກ່ຽວກັບ  ເບື້ອງຫລັງຄວາມຕາຍຂອງ Kin ການເມືອງພາຍໃນໄມໂຄຊອຟົທ໌ເຮັດຜິດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.