ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ອັບເດດ Google Maps For Android ເປັນເວີຊັນ 5.3 ແລ້ວ

Android Apps, ຂ່າວໄອທີ

ລ່າສຸດ Google ກໍ່ໄດ້ອອກມາປ່ອຍ Google Maps ສຳລັບ Android ເຊິ່ງເວີຊັ່ນນີ້ເປັນເວີຊັ່ນ 5.3 ແລ້ວ. ແລະໃນ Google Maps 5.3 For Android ນີ້ຈະມີສາມຄວາມສາມາດຫລັກໆທີ່ເພີ່ມເຂົ້າມາ, ນັ້ນກໍ່ຄື Location History, Check in at home, ແລະ Add your own aspects for places. ແຕ່ລະຢ່າງນັ້ນມີລາຍລະອຽດດັ່ງນີ້:

Location History: ເປັນການບັນທຶກສະຖານທີ່ຕ່າງໆທີ່ເຮົາໄດ້ເຮັດການ Check in ຫລືບັນທຶກໃນສະຖານທີ່ຕ່າງໆໃນ Google Latitude ເພຶ່ອບອກວ່າ ເຮົາເດີນທາງໃກ້-ໄກ ສ່ຳໃດ ພ້ອມທັງການກັບກຳແລ້ວຄາດເດົາເປັນເປັນສະຖິຕິວ່າ ເຮົາໄດ້ໃຊ້ເວລາເທົ່າໃດກັບສະຖານທີ່ນັ້ນໆເຊັ່ນ: ບ້ານ, ບ່ອນເຮັດວຽກ, ຫລືສະຖານທີ່ຕ່າງໆ.​ ນອກນັ້ນການສະແດງຜົນດັ່ງກ່າວຍັງຈັດເປັນ ກຼາຟ ໃຫ້ສວຍງາມອີກດ້ວຍ. ນອກນັ້ນເຮົາຍັງສາມາດລຶບ Location History ໄດ້ທຶກເວລາທີ່ຕ້ອງການ ແລະມັນຈະເກັບເປັນຄວາມລັບທີ່ມີພຽງທ່ານເທົ່ານັ້ນທີ່ຮູ້ໄດ້. ນອກສະຈາກຄົນອື່ນຈະຮູ້ລະຫັດບັນຊີຂອງທ່ານ. Location History ສາມາດເປີດໃຊ້ງານໄດ້ທີ່ http://www.google.com/latitude/apps/history

Check in at home: ເປັນການແຈ້ງບອກຫມູ່ເພື່ອຂອງທ່ານໃນ Google Latitude ວ່າຕອນນີ້ທ່ານໄດ້ຢູ່ທີ່ບ້ານແລ້ວ ແລະ ເປັນອີກຊ່ອງທາງຫນຶ່ງທີ່ງ່າຍຕໍ່ການ Check in ບອກສະຖານທີ່. ເຊິ່ງ Check In at home ນີ້ຈະເປັນຕຳແຫນ່ງທີ່ເຮົາຕັ້ງຂຶ້ນໄວ້ແລ້ວ, ເຊິ່ງຈະມີພຽງເຮົາເທົ່ານັ້ນທີ່ຈະສາມາດ Check in ໄດ້ ແລະຄົນອື່ນຈະບໍ່ສາມາດຊອກເຫັນເຮົາ, ນອກຈາກຄົນທີ່ເຮົາໄດ້ Share ໄປຫາເທົ່ານັ້ນ.

Add your own aspects for places: ເປັນການສະແດງຄວາມຄິດເຫັນ ຫລື ການແນະນຳສະຖານທີ່ຕ່າງໆທີ່ທ່ານໄປ ວ່າບັນຍາກາດເປັນແບບໃດ, ເພງມ່ວນ, ອາຫານແຊບ, ເຊິ່ງທ່ານສາມາດໃຫ້ຂະແນນໄດ້ຢ່າງວ່ອງໄວ ແລະນອກນັ້ນທ່ານຍັງສາມາດເພີ່ມຫົວຂໍ້ຄວາມເຫັນຂອງທ່ານເອງໄດ້ເຊັ່ນ: ການບໍລິການ ເປັນແນວໃດ, ແລະອື່ນໆ.

ສຳລັບຜູ້ໃຊ້ Android ສາມາດອັບເດດ ຫລື ດາວໂຫລດ Google Maps 5.3 For Android ໄດ້ແລ້ວທີ່ Android Market. ລະບົບປະຕິບັດການຕ້ອງເປັນ Android 1.6 ຂຶ້ນໄປ.

ທີ່ມາ – Google Mobile Blog

ລອງອ່ານກ່ຽວກັບ  Samsung Galaxy Tab ຍອດຂາຍເຖິງເກີນ 1ລ້ານ ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.