ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Retina Display ຂອງ iPhone 4 ດີແທ້ ຫລືບໍ່ ?

ຂ່າວໄອທີ, ໂທລະສັບ

ເມື່ອ​ອາທິດ​ທີ​ແລ້ວ ສະ​ຕີ​ຟ ຈອບສ໌ (Steve Jobs) ໄດ້​ເປີດ​ຕົວ​ໄອ​ໂຟນ​ໂຟລ໌ (iPhone 4) ທີ່​ໃນ​ງານ WWDC (Worldwide Developer Conference) ຊຶ່ງ​ໃນ​ລະຫວ່າງ​ທີ່​ມີ​ການ​ແນະ​ນຳ​ຄຸນສົມບັດ​ໃໝ່​ທີ່​ຮຽກວ່າ ” retina display” (ເລ​ຕິ​ໜ້າ ດິດ​ເພຍ໌) ຢ່າງ​ເລີດເລີ ຈົນ​ຫລາຍ​ຄົນ​ຕັ້ງ​ຂໍ້​ສົງ​ໄສ​ວ່າ ສິ່ງ​ທີ່​ຈອບສ໌​ເວົ້າ​ນັ້ນ​ເປັນ​ຈິງ ຫລື​ບໍ່ ພິສູດ​ໄດ້​ຫລື​ບໍ່

ລ່າ​ສຸດ Robert Scoble ຜູ້​ຊ່ຽວຊານ​ທາງ​ດ້ານ​ເທກ​ໂນ​ໂລ​ຍີ ແລະ​ຄໍ​ລຳ​ມິດຕ໌​ຊື່​ດັ່ງ​ໃນ​ນິ​ຕະຍາ​ສານ Fast Company ຕະຫລອດ​ຈົນ​ເຈົ້າ​ຂອງ​ເວັບ​ໄຊຕ໌​ວິ​ດີ​ໂອ​ພອດ​ແຄດຕ໌ Scobilizer ໄດ້​ທ້າ​ພິສູດ​ເລື່ອງ​ດັ່ງ​ກ່າວ​ແລ້ວ ໂດຍ​ຈາກ​ຄຳ​ອ້າງ​ທີ່​ວ່າ ທີ່​ຄວາມ​ລະອຽດ 326 ພິກ​ເຊນ​ຕໍ່​ນິ້ວ ຊຶ່ງ​ຄິດ​ເປັນ 4 ເທົ່າ​ຂອງ​ຄວາມ​ຫນາແຫນ້ນ​ຂອງ​ພິກ​ເຊນ​ທີ່​ພົບ​ໃນ​ໜ້າ​ຈໍ iPhone 3 ແລະ​ເປັນ​ຄວາມ​ລະອຽດ​ທີ່​ຫລາຍກວ່າ​ສາຍ​ຕາ​ມະນຸດ​ຈະ​ແຍກ​ແຍະ​ຄວາມ​ແຕກ​ຕ່າງ​ໄດ້​ອີກ​ແລ້ວ (ຫລາຍ​ກວ່າ 300 ພິກ​ເຊວຕໍ່​ນິ້ວ) ຢ່າງໃດ​ກໍ​ຕາມ ນິ​ຕົຍ​ສານ Wired ໄດ້​ເປີດ​ເຜີຍ​ໃນ​ພາຍ​ຫລັງ​ວ່າ ຄຳ​ອ້າງ​ດັ່ງ​ກ່າວ​ເກີນ​ຈິງ (ຜູ້​ຊ່ຽວຊານ​ອ້າງ​ວ່າ ດ້ວຍ​ອົງ​ສາ​ຂອງ​ການ​ເບິ່ງເຫັນ ຄວາມ​ລະອຽດ​ທີ່​ສາຍ​ຕາ​ແຍກ​ບໍ່​ອອກ​ນັ້ນ​ຕ້ອງ​ສູງ​ກວ່າ​ທີ່​ຈອບສ໌​ອ້າງ ແຕ່​ດ້ວຍ​ເທກ​ໂນ​ໂລ​ຍີ​ການ​ຜະລິດ​ຈໍ​ແບບ​ໃໝ່​ບໍ່​ມີ​ຄວາມ​ຈຳ​ເປັນ​ທີ່​ຈໍ​ຈະ​ຕ້ອງ​ລະອຽດ​ຫລາຍກວ່າ 300ppi ຊຶ່ງ​ນິ​ຕະຍາ​ສານ​ກໍ​ໃຊ້​ຄວາມ​ລະອຽດ​ລະ​ດັບ​ນີ້​ໃນ​ການ​ພິມ ) ແຕ່​ຍອມ​ຮັບ​ວ່າ ຈໍ​ຂອງ iPhone 4 ຈະ​ມີ​ຄຸນນະພາບ​ການ​ສະແດງ​ຜົນດີີ​ທີ່ສຸດ​ໃນ​ຕະ​ຫລາດ

ຢ່າງໃດ​ກໍຕາມ ຈາກ​ການ​ທົດລອງ​ໃຊ້​ງານ​ຈິງ Scoble ສະແດງ​ຄວາມ​ເຫັນ​ວ່າ ຈໍ​ຂອງ iPhone 4 ສະແດງ​ຜົນ​ໄດ້​ດີ​ທີ​ສຸດ​ຮຽກ​ໄດ້​ວ່ານຳ​ຫ່າງຈາກ​ຈໍ​ສະແດງ​ຜົນສະມາດ​ໂຟນ​ທົ່ວ​ໄປ​ໃນ ທ້ອງຕະຫ​ລາດ ນອກ​ຈາກ​ນີ້ ພວກເຂົາ​ຍັງ​ໄດ້​ໂພສຕ໌ ພາບ​ຖ່າຍ​ໜ້າ​ຈໍ iPhone 4 ທີ່​ຄວາມ​ລະອຽດ​ສູງ ແລະ​ວິ​ດີ​ໂອ​ເພື່ອ​ໃຫ້​ເຫັນ​ກັນ​ຈະໆ ເລີຍ​ວ່າ ຄວາມ​ລະອຽດ​ຂອງ retina display ນັ້ນ​ມັນ​ດີກວ່າ​ເກົ່າເເທ້ຫລືບໍ່? Scoble ຍົກ​ຕົວ​ຢ່າງ​ທີ່​ເຮັດໃຫ້​ເຫັນ​ຄວາມ​ແຕກ​ຕ່າງ​ຢ່າງ​ຊັດເຈນ​ວ່າ ໜ້າ​ເວັບ Newyork Times ທີ່​ເປີດ​ໂດຍ iPhone 3GS ຈະ​ບໍ່​ສາມາດ​ອ່ານ​ຕົວ​ຫນັງສື​ໄດ້ ຕ້ອງ​ຊູມ​ຂຶ້ນ​ມາ​ກ່ອນ ໃນ​ຂະນະ​ທີ່​ເມື່ອ​ເປີດ​ເທິງ iPhone 4 ມັນ​ມີ​ຄວາມ​ຊັດເຈນ​ຂອງ​ຕົວ​ອັກສອນ​ຫລາຍກວ່າ​ຈົນ​ສາມາດ​ອ່ານ​ອອກ​ໄດ້​ໂດຍ​ບໍ່​ຕ້ອງ​ຊູມ!!!



 

ຂໍ້​ມູນ​ຈາກ: scobilzer, Arip.co.th

ລອງອ່ານກ່ຽວກັບ  ເຜີຍ iPhone4 ມີ​ແລມ​ມາ​ໃຫ້ 512MB ຫລາຍກວ່າ iPad ແລะ3GS

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.