ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ວຽກຫຼາຍປະເພດໃນສາຂາທະນາຄານ ອາດບໍ່ໄດ້ໝັ້ນຄົງຄືກັບຫຼາຍຄົນຄິດ

Stories, TECH

ຫຼັງຈາກທີ່ໄດ້ມີໂອກາດໄປເວົ້າໃນຫົວຂໍ້ເຕັກໂນໂລຊີ ແລະ ການດໍາເນີນທຸລະກິດທີ່ຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດດົງໂດກ ເມື່ອວັນທີ 30 ເດືອນມີນາ 2017, ຫຼາຍຄົນໃຫ້ຄວາມສົນໃຈຫລາຍໃນເນື້ອໃນທີ່ວ່າເຕັກໂນໂລຊີຈະມາແທນການເຮັດວຽກຂອງຄົນ ເຊິ່ງໃນເລັກເຈີ ມື້ນັ້ນ ຂ້ອຍໄດ້ຍົກຕົວຢ່າງຫລາຍໆຕົວຢ່າງ ແລະ ນຶ່ງໃນນັ້ນກໍ່ແມ່ນເລື່ອງທີ່ກ່ຽວກັບການເງິນ ການບັນຊີ. ມື້ນີ້ເລີ່ຍຢາກມານໍາສະເໜີຕື່ມວ່າ ເລື່ອງພວກນີ້ມັນບໍ່ໄດ້ໄກໂຕເຮົາ ແລະ ປະເທດເຮົາຍັງບໍ່ໄກເກີນໄປທີ່ຈະໄດ້ນໍາໃຊ້ມັນ ເພາະທຸກມື້ນີ້ເຕັກໂນໂລຊີ ມັນໄປໄວກວ່າທີ່ເຮົາຄິດ ແລະ ຫຼ້າສຸດທີ່ຂ້ອຍໄດ້ໄປເຫັນກໍ່ຄື:

ທະນາຄານ Chase ຂອງອາເມລິກາເລີ່ມນຳຕູ້ teller service ມາແທນພະນັກງານ teller ຫລາຍຂຶ້ນເລື້ອຍໆ ເຊິ່ງນີ້ເປັນວິໄສທັດຂອງທະນາຄານທີ່ວ່າ “Future Of Banking” ເຊິ່ງຕູ້ດັ່ງກ່າວເຮັດວຽກໄດ້ເທົ່າທຽມຫລືຫລາຍກວ່າພະນັກງານ Teller ບໍ່ວ່າຈະເປັນການໂອນເງິນ ຖອນເງິນ(ແບບບໍ່ຈຳກັດ), ຝາກເງິນ, ຂຶ້ນແຊັກ, ສະຫມັກບັດເຄດິດຮູ້ຜົນທັນທີ, ອອກແຊັກເງິນສົດ, ແລະອື່ນໆ ໄດ້ໂດຍບໍ່ຕ້ອງມີພະນັກງານ Teller ມາລົງມືໃຫ້.

4services

ນອກນັ້ນ ຖ້າເຮົາເບິ່ງໄປທາງຫລັງ ເຮົາຈະສັງເກດເຫັນວ່າປ່ອງບໍລິການ 4ປ່ອງ ຖືກປິດລົງ ແລ້ວແທນດ້ວຍເຄື່ອງຈັກດັ່ງກ່າວພຽງສອງເຄື່ອງເທົ່ານັ້ນ ເຊິ່ງຈາກການໄປສອບຖາມເບື້ອງຕົ້ນວ່າພະນັກງານທີ່ເຄີຍຢູ່ດ້ານຫຼັງນີ້ຖືກຍ້າຍໄປໃສ ຂ້ອຍກໍ່ໄດ້ຄໍາຕອບມາວ່າ ຖືກຍ້າຍໄປຢູ່ສາຂາອື່ນທີ່ຍັງບໍ່ມີເຄື່ອງດັ່ງກ່າວນີ້ເທື່ອ ແລະ ຈໍານວນນຶ່ງຖືກສົ່ງໄປເຝິກອົບຮົມເພື່ອຮັບໜ້າທີ່ໃຫມ່ໃນທະນາຄານ ແລະ ອີກຈໍານວນນຶ່ງແມ່ນຖືກຕັດອອກ.

ສໍາລັບກໍລະນີນີ້ຫຼາຍຄົນອາດຈະຍັງຄິດວ່າ ປະເທດລາວຄົງຕ້ອງຖ້າອີກດົນ ເຊິ່ງຄໍາວ່າດົນນີ້ອາດຈະບໍ່ໄດ້ດົນຢ່າງທີ່ທ່ານຄິດ ເພາະ 10ປີ ບໍ່ຖືກນັບວ່າເປັນເລື່ອງທີ່ດົນເລີຍຖ້າທຽບໃສ່ການພັດທະນາຂອງປະເທດຊາດ ແລະ ຄວາມໝັ້ນຄົງຂອງຄົນທີ່ກໍາລັງດໍານົງຕໍາແໜ່ງທີ່ກ່ຽງຂ້ອງ.  ແຕ່ເຖິງຢ່າງໃດກໍ່ຕາມ ນອກຈາກເຄື່ອງຈັກດັ່ງກ່າວແລ້ວ ເມື່ອຫຼາຍປີທີ່ຜ່ານມາ ການເປີດບັນຊີທະນາຄານຍັງສາມາດເຮັດໄດ້ຜ່ານເວັບໄຊ ໂດຍບໍ່ຕ້ອງເຂົ້າໄປທະນາຄານແຕ່ຢ່າງໃດ.

ໃນສ່ວນຂອງ Mobile Banking ກໍ່ເຊັ່ນດຽວກັນ ມັນເຮັດໃຫ້ຄົນຈໍານວນຫຼາຍເລືອກທີ່ຈະມາເພິ່ງພາໂທລະສັບໃນການເຮັດທຸລະກໍາທາງການເງິນໃນໂທລະສັບຂອງຕົນເອງຫຼາຍຂຶ້ນ ຈົນເຮັດໃຫ້ຄວາມຕ້ອງການໃນການໃຊ້ບໍລິການໃນຈຸດບໍລິການມີຄວາມຫຼຸດໜ້ອຍລົງ (Low demand service On Site) ຈຶ່ງເຮັດໃຫ້ການມີພະນັກງານຈໍານວນຫຼວງຫຼາຍເປັນຄວາມສິ້ນເປືອງຂອງອົງກອນ ແລະ ສຸດທ້າຍວຽກງານດັ່ງກ່າວກໍ່ຖືກຫຼຸດໜ້ອຍລົງ. ຈິນຕະນາການວ່າ ເຈົ້າສາມາດຂຶ້ນແຊັກ, ໂອນເງິນທັງໃນ ແລະຕ່າງປະເທດໄດ້, Western Union, ຂໍປ່ຽນບັດ ATM ໄດ້, ຂໍລະງັບບັດໄດ້, ຈ່າຍບິນ, ຈ່າຍໜີ້, ແລະອື່ນໆໄດ້ໃນໂທລະສັບ ບອກເຫດຜົນມາວ່າ ເປັນຫຍັງທ່ານຕ້ອງຍັງຈະໄປຕໍ່ແຖວໃນຈຸດບໍລິການຕ່າງໆເພື່ອຮັບບໍລິການດັ່ງກ່າວນີ້?

chase mobile

ໃນເລື່ອງຄວາມໝັ້ນຄົງທາງວຽກງານ ສໍາລັບຄົນທີ່ພັດທະນາຕົນເອງຢູ່ຕະຫຼອດອາດຈະໄດ້ຮັບໜ້າທີ່ຮັບຜິດຊອບໃຫມ່ ຫຼື ອາດຈະສາມາດປ່ຽນໄປເຮັດວຽກອື່ນ ຫຼື ອົງກອນອື່ນໄດ້ໂດຍບໍ່ມີຜົນກະທົບຫຼາຍ ແຕ່ສໍາລັບຄົນທີ່ບໍ່ມີການພັດທະນາຕົນເອງໃຫ້ກຽມພ້ອມສໍາລັບໃນອະນາຄົດ ອາດຈະໄດ້ຮັບຜົນກະທົບຢ່າງຮຸນແຮງ.

ສຸດທ້າຍ ກໍຢາກໃຫ້ທຸກຄົນມີສະຕິ ຄິດໃຫ້ຮອບດ້ານ ເຖິງແນວໂນວໂນ້ມຂອງອະນາຄົດ ເພາະບາງຢ່າງທີ່ພໍ່ແມ່ ຄົນຮູ້ຈັກເຮົາປະຕິບັດມາຫຼາຍສິບປີກ່ອນແລ້ວມີຄວາມໝັ້ນຄົງ ອາດຈະບໍ່ສາມາດໝັ້ນຄົງຢັ້ງຢືນໃນອີກ ຫຼາຍສິບປີທາງໜ້າ ເຊິ່ງກໍ່ອາດຈະແມ່ນຮຸ້ນຂອງທ່ານເອງ ຫຼື ລູກຫຼານຂອງທ່ານ. ມັນບໍ່ໄດ້ມີໃຜຈະພະຍາຍາມຍາດເອົາວຽກຂອງທ່ານໄປ ພຽງແຕ່ສະພາບແວດລ້ອມມີການປ່ຽນແປງ ຖ້າເຮົາປັບຕົວບໍ່ທັນ ເຮົາກໍ່ອາດຈະບໍ່ສາມາດດໍາລົງຢູ່ໃນສະພາບແວດລ້ອມນັ້ນໄດ້

#ບໍ່ມີອາຊີບໃດຫມັ້ນຄົງ #ການພັດທະນາຕົນເອງຢູ່ຕະຫລອດຄືຄວາມຫມັ້ນຄົງ

ລອງອ່ານກ່ຽວກັບ  ຄວາມສໍາຄັນຂອງບັດ VISA ແລະ ເຫດຜົນທີ່ເປັນຫຍັງທຸກຄົນຕ້ອງມີໄວ້ຢ່າງໜ້ອຍ 1 ບັດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.