ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຜູ້ຈັດການທີ່ດີ ແລະ ຜູ້ນໍາທີ່ດີ ແມ່ນຄົນດຽວກັນບໍ?

social media, Startup, Stories

ສະໄຫມກ່ອນ ການເປັນໜ້າທີ່ຜູ້ຈັດການ ແລະ ໜ້າທີ່ຜູ້ນໍາ ແມ່ນຖືກແບ່ງແຍກອອກເປັນຄົນລະໜ້າທີ່ ເຊິ່ງໜ້າທີ່ຂອງຜູ້ຈັດການ ຖືກເບິ່ງວ່າເປັນໜ້າທີ່ທີ່ຕ້ອງໄດ້ເຮັດການວາງແຜນ, ຈັດການ, ເຊື່ອມໂຍງ-ນໍາໃຊ້ທຸກຢ່າງໃຫ້ວຽກທີ່ຕົນເອງຮັບຜິດຊອບໃນການຈັດການ ອອກມາມີຜົນດີ; ໃນລະຂະນະດຽວກັນໜ້າທີ່ຂອງຜູ້ນໍາ ຖືກເບິ່ງວ່າເປັນໜ້າທີ່ທີ່ຕ້ອງສ້າງແຮງບັນດານໃຈ ແລະ ກະຕຸ້ນແນວຄິດຂອງຄົນພາຍໃຕ້ຕົນ ເຊິ່ງເປັນໜ້າທີ່ທີ່ຕ້ອງເຂົ້າໃຈຄວາມຄິດ ແລະ ການປະພຶດຂອງຄົນໄດ້ເປັນຢ່າງດີ.

ໃນປັດຈຸບັນ ຫຼາຍຄົນອາດຈະເຫັນຜ່ານຕາເຖິງແນວຄິດລະຫວ່າງຄວາມແຕກຕ່າງລະຫວ່າງ Boss (Manager) ກັບ Leadership ຫລື ຫົວຫນ້າ(ຜູ້ຈັດການ) ກັບ ຜູ້ນໍາ. ແຕ່ໃນຄວາມເປັນຈິງ ປັດຈຸບັນຫນ້າທີ່ຂອງຜູ້ຈັດການ ແລະ ຫນ້າທີ່ຂອງຜູ້ນໍາ ເປັນຫນ້າທີ່ອັນດຽວກັນ ເພາະປັດຈຸບັນການວ່າຈ້າງຄົນໆນຶ່ງ ຈະບໍ່ຖືກຄໍານຶງເປັນພຽງຄົນເຮັດວຽກຕາມຄວາມສາມາດ ແຕ່ສິ່ງທີ່ສໍາຄັນທີ່ຖືກຄໍານຶງເຖິງຄຸນຄ່າຂອງຄວາມຮູ້ (ບວກກັບປະສົບການຊີວິດ ແລະ ປະສົບການດ້ານການເຮັດວຽກ) ແລະ ຄວາມສາມາດວິຊາສະເພາະ.

ປັດຈຸບັນ ຫນ້າທີ່ຜູ້ຈັດການບໍ່ໄດ້ພຽງແຕ່ຕ້ອງຄໍານຶງເຖິງຜົນທີ່ໄດ້ຮັບຂອງວຽກເທົ່ານັ້ນ ໜ້າທີ່ຜູ້ຈັດການຍັງຕ້ອງໄດ້ຄໍານຶງເຖິງແຮງບັນດານໃຈຂອງຜົນທີ່ໄດ້ຮັບ ຮວມທັງການພັດທະນາທີມງານ, ຮັກສາມາດຄົນທີ່ມີຄວາມສາມາດ, ແລະ ພັດທະນາຈຸດແຂງຂອງແຕ່ລະຄົນໃນທີມໃຫ້ພົ້ນເດັ່ນ. ເຊັ່ນດຽວກັນກັບດໍາລົງຕໍາແໜ່ງລະດັບສູງໃນອົງກອນຕ່າງໆໃນປັດຈຸບັນ ຄົນຈໍານວນນີ້ບໍ່ແມ່ນຈະມີແຕ່ນັ່ງຄິດແນວທາງ ແລະ ວາງຄໍາສັ່ງ ແຕ່ເຂົາເຈົ້າຕ້ອງຮູ້ວ່າຕ້ອງເຮັດຫຍັງ ຫຼື ຕ້ອງ ເຮັດແນວໃດ ໄປພ້ອມໆກັບຄວາມຄິດ ແລະ ຄໍາສັ່ງທີ່ວາງອອກມານໍາ ເຊິ່ງເປັນການຮວມກັນລະຫວ່າງສອງໜ້າທີ່ເຊິ່ງກໍ່ຄືການເປັນຜູ້ຈັດການ ແລະ ການເປັນຜູ້ນໍາ.

ການທີ່ຈະເປັນຜູ້ຈັດການ ຫຼື ຜູ້ນໍາທີ່ດີ ທີ່ປະສົບຄວາມສໍາເລັດນັ້ນ ຈະຕ້ອງເຮັດສອງໜ້າທີ່ນີ້ໄດ້ເປັນຢ່າງດີ ແລະ ສົມດຸນ ໂດຍອີງໃສ່ລະດັບຂອງ IQ (Intelligence quotient) ແລະ  EQ (Emotional intelligence).

ເນື່ອງຈາກໜ້າທີ່ຂອງການເປັນຜູ້ຈັດການນັ້ນ ຕ້ອງໄດ້ປະສົບກັບປັນຫາ ແລະ ຂໍ້ມູນຫຼາກຫຼາຍຂະຫນາດ ການເປັນຜູ້ຈັດການທີ່ດີຕ້ອງມີ IQ ສູງ ເພື່ອຄິດວິເຄາະກັບສິ່ງທີ່ເກີດຂຶ້ນ. ນອກນັ້ນ ໃນເມື່ອຈຸດປະສົ່ງຂອງອົງກອນທີ່ຈ້າງຜູ້ຈັດການ ບໍ່ໄດ້ມີສະເພາະວ່າລາວເຮັດຫຍັງໄດ້ແຕ່ພຽງຢ່າງດຽວ ອົງກອນທີ່ຈ້າງງານຍັງມີຈຸດປະສົງທີ່ຈະຮູ້ວ່າ ລາວເຮັດໄດ້ແນວໃດນໍາ ສະນັ້ນ ໜ້າທີ່ຜູ້ຈັດການຈຶ່ງຕ້ອງການ EQ ທີ່ສູງເຊັ່ນດຽວກັນ. ເຊິ່ງການວັດລະດັບ EQ ແມ່ນອີງຕາມ 5ສິ່ງທາງລຸ່ມນີ້

1. ຈິດໃຕ້ສໍານຶກຂອງຕົນເອງ ເຊິ່ງເປັນລະດັບຄວາມສາມາດໃນການຮູ້ສຶກນຶກຄິດຄວາມຮູ້ສຶກຂອງຕົນເອງ ແລະ ລະດັບຄວາມໝັ້ນໃຈໃນຕົວເອງ

2. ຄວບຄຸມຕົນເອງ ເຊິ່ງເປັນລະດັບຄວາມສາມາດໃນການຄວບຄຸມຕົນເອງບໍ່ວ່າຈະເປັນຄວາມຮູ້ສຶກ, ຄວາມຮັບຜິດຊອບ, ຄວາມຕື່ນຕົວຕໍ່ສິ່ງທີ່ເກີດຂຶ້ນ, ແລະ ຄວາມສື່ສັດກັບຕົນເອງ​ (ແລະຄົນອ້ອມຂ້າງ) ເຊິ່ງນໍາໄປສູ້ການເປີດໃຈຍອມຮັບເອົາຄວາມຮູ້ ຫຼື ສິ່ງໃຫມ່ໆ

3. ແຮງບັນດານໃຈ ແລະ ຄວາມກະຕືລືລົ້ນ ເຊິ່ງເປັນລະດັບຄວາມເອົາໃຈໃສ່ຕໍ່ໜ້າທີ່ຂອງຕົນເອງ ບໍ່ວ່າຈະເປັນການສ້າງເປົ້າໝາຍ ການພັດທະນາຕົນເອງຢູ່ຕະຫຼອດ ເພື່ອຄວາມກ້າວໜ້າຂອງຕົນເອງ ແລະ ອົງກອນ ຫຼື ວຽກງານທີ່ຮັບຜິດຊອບຢູ່

4. ການເຫັນອົກເຫັນໃຈ ເປັນຄວາມຮູ້ສຶກຂອງຕົນເອງທີ່ມີຕໍ່ຄົນອື່ນ ຫຼື ຄົນອ້ອມຂ້າງ; ການເຂົ້າໃຈຄວາມຮູ້ສຶກຂອງກັນແລະກັນນອກຈາກຈະແມ່ນມີຄວາມສໍາຄັນຂອງການຢູ່ຮ່ວມກັນຢ່າງສັນຕິແລ້ວ ການປະພຶດຕໍ່ສັນຍານຕ່າງໆຂອງຄົນອ້ອມຂ້າງໄດ້ດີ ຍັງຈະເຮັດໃຫ້ເປັນຜູ້ນໍາ ແລະ ຜູ້ຈັດການທີ່ດີອີກດ້ວຍ

5. ຄວາມສາມາດໃນການຢູ່ວົງສັງຄົມ ເປັນລະດັບຄວາມສາມາດທີ່ຜູ້ຈັດການ ຫຼື ຜູ້ນໍາຕ້ອງມີ ເນື່ອງຈາກການຢູ່ໃນສັງຄົມໃດນຶ່ງ ເຮົາຕ້ອງຮູ້ ແລະ ເຂົ້າໃຈສັງຄົມນັ້ນໆແບບເລິກເຊິ່ງ ຖ້າເຮົາເຂົ້າໃຈຫຼາຍສໍ່າໃດ ກໍ່ຈະເຮັດໃຫ້ເຮົາສາມາດບໍລິຫານຈັດການກັບຄວາມຂັດແຍ້ງທີ່ຈະເກີດຂຶ້ນ ຫຼື ບັນລຸການຕໍ່ລອງຕ່າງໆ, ໄປເຖິງການຮ່ວມມື ຫຼື ສາຍສໍາພັນຕ່າງໆໄດ້ເປັນຢ່າງດີອີກດ້ວຍ.

ສະຫຼຸບແລ້ວ ໃນຍຸກປັດຈຸບັນ ການທີ່ຈະເປັນຜູ້ຈັດການທີ່ດີ ຫຼື Boss ທີ່ດີ ຕ້ອງມີຄວາມເປັນຜູ້ນໍາຢູ່ໃນໂຕ ເຊັ່ນດຽວກັບການເປັນຜູ້ນໍາທີ່ດີ ທີ່ຕ້ອງມີຄວາມເປັນຜູ້ຈັດການທີ່ດີຢູ່ໃນໂຕເຊັ່ນກັນ. ເຊິ່ງເປົ້າໝາຍສຸດທ້າຍຂອງອົງກອນຕ່າງໆບໍ່ວ່ານ້ອຍຫຼືໃຫຍ່ ຜູ້ຈັດການທີ່ດີ ຫຼື ຜູ້ນໍາທີ່ດີ ກໍ່ລ້ວນແລ້ວແຕ່ມີເປົ້າໝາຍອັນດຽວກັນຄືຄວາມປະສົບຜົນສໍາເລັດຂອງອົງກອນ

 

ຂັດສັນຫຼັງຈາກອ່ານ Management In Minutes ແລະຂໍ້ມູນເພີ່ມເຕີມ WIKIPEDIA

ລອງອ່ານກ່ຽວກັບ  Facebook ອາດຈະເປີດບໍລິການ Mail Service ໂດຍໃຊ້ fb.com

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.