ເລື່ອງລາວຂອງ TECH, STARTUP, ແລະ DIGITAL

VISA ໂຊຄວາມເທບ ເຕັກໂນໂລຊີ ຈ່າຍເງິນຜ່ານແວ່ນຕາກັນແດດ

Stories, TECH

ຫຼ້າສຸດບໍລິສັດຍັກໃຫຍ່ດ້ານທຸລະກໍາການເງິນຢ່າງ VISA ອອກມາສະແດງການນໍາໃຊ້ນະວັດຕະກໍາໃຫມ່ຂອງບໍລິສັດຂອງ ເຊິ່ງເປັນການຈ່າຍເງິນດ້ວຍ ແວ່ນຕາກັນແດດ. ນະວັດຕະກໍານີ້ VISA ເຮັດອອກມາເພື່ອຕອບໂຈດວິໄສທັດຂອງບໍລິສັດທີ່ວ່າ “ທຸກບ່ອນທີ່ເຈົ້າໄປ” ເຊິ່ງບໍ່ວ່າຈະຢູ່ໃສທ່ານກໍ່ຈະສາມາດຊໍາລະເງິນໄດ້ຂໍພຽງແຕ່ມີຜະລິດຕະພັນທີ່ຜູກກັບ VISA.

ສໍາລັບແວ່ນຕາກັນແດດແລ້ວ ຫຼາຍຄົນອາດຈະເບິ່ງວ່າໄຮສາລະ ເປັນຫຍັງຕ້ອງຈ່າຍເງິນດ້ວຍແວ່ນຕາ ເພາະປັດຈຸບັນເຮົາສາມາດຈ່າຍຜ່ານບັດ VISA ຫຼື ໂທລະສັບໄດ້. ສໍາລັບ VISA ແລ້ວບໍ່ຄິດເຊັ່ນນັ້ນ ເພາະພວກເຮົາຍັງເຫັນຄວາມສໍາຄັນຂອງຄົນກຸ່ມນ້ອຍ ທີ່ມັກໄປກິດຈະກໍານອກສະຖານທີ່ ເຊັ່ນການໄປຫຼິ້ນໂຕ້ຄື້ນທະເລ, ຄອນເສີດກາງແຈ້ງ, ລະກິດຈະກໍາອື່ນໆທີ່ບໍ່ສາມາດຖືໂທລະສັບ ຫຼື ກະເປົ໋າເງິນໄປນໍາໄດ້. ຈິນຕະນາການວ່າເຮົາໄປຫຼິ້ນບູດເບຍໃນຊ່ວງສົງການ ແລ້ວເຮົາສາມາດຊໍາລະເງິນໄດ້ດ້ວຍແວ່ນຕາຂອງເຮົາ ທ່ານຄິດວ່າປະສົບການດັ່ງກ່າວຈະດີປານໃດ.

ແນວໃດກໍ່ດີ ການໃຊ້ຈ່າຍເງິນຜ່ານແວ່ນຕາກັນແດດທາງ VISA ເບິ່ງວ່າເປັນຕົວເລືອກນຶ່ງ ເຊິ່ງອາດຈະບໍ່ແມ່ນໂຕເລືອກຫຼັກໃນການໃຊ້ຊໍາລະເງິນໃນຊີວິດປະຈໍາວັນ ແລະ ມັນຍັງເປັນອິຫຍັງທີ່ໃຫມ່ຫຼາຍ. ສະນັ້ນ ປັດຈຸບັນ VISA ພຽງແຕ່ເປີດໃຫ້ທົດລອງໃຊ້ໃນວົງແຂບ ຕາມງານນອກສະຖານທີ່ຕ່າງໆ ເຊິ່ງຫຼ້າສຸດກໍ່ມີໃຫ້ລອງໃຊ້ໃນງານ ການແຂ່ງຂັນໂຕ້ຄື້ນ Quiksilver Pro ແລະ Roxy Pro; ງານດົນຕີຕ່າງໆທີ່ VISA ເປັນ Sponsored;

ສໍາລັບໃຜທີ່ຢາກຮູ້ວ່າມັນໃຊ້ງານໂຕຈິງເປັນແບບໃດ ສາມາດເບິ່ງທີ່ວິດີໂອທາງລຸ່ມນີ້ໄດ້ເລີຍ

 

 

source: CNBC

ລອງອ່ານກ່ຽວກັບ  ເປັນຫຍັງຈີນຈຶ່ງສາມາດ ຜະລິດເຮຶອບິນ(ຍົນ) ເປັນຂອງຕົນເອງໄດ້?

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.