ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Skype ບຸກຕະຫຼາດ Android ເປີດຮອງຮັບ Video Call ໃນ Android ອີກຫຼາຍລຸ້ນ

ຂ່າວດ່ວນ, ຂ່າວໄອທີ

ຫລ້າສຸດ Skype ໄດ້ອັບເດດ ແອັບຯ Skype For Android ເປັນເວີຊັ່ນ 2.1 ແລ້ວ, ເຊິ່ງໃນເວີຊັ່ນນິ ເຮັດໃຫ້ຊ໊ອກວົງການເລີຍກໍ່ວ່າໄດ້, ເພາະ Skype ເປີດຮອງຮັບການໃຊ້ Video Call ລະຫວ່າງຜູ້ໃຊ້ Skype ກັບ Skype ເທິງມືຖື ແລະ ແທັບເລັດ Android ແລ້ວ, ແຕ່ຍັງບໍ່ແມ່ນທຸກຢີ່ຫໍ້ ເຊິ່ງຈະຍັງມີບາງລຸ້ນທີ່ບໍ່ຮອງຮັບການໃຊ້ Video Call ເທິງ Skype. ສຳລັບລຸ້ນທີ່ Skype ບອກວ່າຮອງຮັບໄດ້ແນ່ນອນແມ່ນມີທັງຫມົດ 17 ລຸ້ນດ້ວຍກັນ ເຊິ່ງໄດ້ແກ່:

  • Acer A5
  • HTC Desire (2.2)
  • HTC Desire HD
  • HTC Evo 3D
  • HTC Evo 4G
  • HTC Flyer
  • HTC Incredible S
  • HTC Sensation
  • HTC Thunderbolt – Verizon (2.2) (US only)
  • LG Revolution – Verizon (2.2) (US only)
  • Samsung Droid Charge – Verizon (2.2) (US only)
  • Samsung Galaxy S
  • Samsung Galaxy S II
  • Samsung Galaxy Tab
  • Sony Ericsson Xperia mini pro
  • Sony Ericsson Xperia PLAY
  • Sony Ericsson Xperia ray

ນອນຈາກທີ່ກ່າວມາທາງຂ້າງເທິງນີ້ ກໍ່ບໍ່ຕ້ອງເປັນຫວ່ງວ່າຈະໃຊ້ບໍ່ໄດ້, ເພາະທາງ Skype ບອກວ່າ ເຄື່ອງໃດທີ່ໃຊ້ລະບົບປະຕິບັດການ Android 2.2 ຂຶ້ນໄປ ມີຄວາມໄປໄດ້ທີ່ຈະຮອງຮັບ Video CAll ເທິງ Skype ໄດ້, ແຕ່ຈະຕ້ອງມີກ້ອງຫນ້າເປັນສິ່ງທຳອິດ. ນອກນັ້ນ ຫາກເຄື່ອງຂອງໃຜທີ່ມີກ້ອງຫນ້າ ແລ້ວໃຊ້ Android 2.2 ຫລື ສູງກວ່າ ກໍ່ສາມາດດາວໂຫລດ ຫລື ອັບເດດເວີຊັ່ນໃຫມ່ມາໃຊ້ລອງເບິງ ເຊິ່ງຈະສັງເກດໄດ້ທີ່ບ່ອນຕັ້ງຄ່າ Skype settings ->> ແລ້ວກໍ່ຈະເຫັນ Video Calling Settings. ເຊິ່ງຫາກໃຜບໍ່ເຫັນ Video Calling Settings ກໍ່ສະແດງວ່າເຄື່ອງຂອງທ່ານບໍ່ຮອງຮັບຄວາມສາມາດນີ້ ແຕ່ຈະຍັງໂທໄດ້ປົກກະຕິ.

ທີ່ມາ – Skype

ລອງອ່ານກ່ຽວກັບ  ແທັບເລັດໂຕທຳອິດຈາກ LG ກຳລັງຈະມາ ພ້ອມດ້ວຍ Honeycomb

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.