ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ແທັບເລັດໂຕທຳອິດຈາກ LG ກຳລັງຈະມາ ພ້ອມດ້ວຍ Honeycomb

ຂ່າວໄອທີ, ແທັບເລັດ

ລ່າສຸດມີລາຍງານອອກມາວ່າ LG ກຳລັງຈະອອກແທັບເລັດໂຕທຳອິດ ຂອງຄ້າຍເຊິ່ງຊືວ່າ G-Slate ຈະມາກັບ Android 3.0 HoneyComb ເວີຊັ່ນລາສຸດໃນຂອງລະບົບປະຕິບັດການ Google Android. ຕາມລາຍງານບອກວ່າແທັບເລັດໂຕນີ້ຈະມາກັບຫນ້າຈໍທີ່ສາມາດສະແດງຜົນສາມາມິຕິໄດ້ ແລະ ບັນຖືກພາບ ແລະ ວິດີໂອແບບສາມມິຕິໄດ້ເຊັ່ນກັ່ນ.

G-Slate ຈະມາກັບຫນ້າຈໍຂະຫນາດ 8.9ນິ້ວ ໃຊ້ຫນ່ວຍປະມວນຜົນ dual-core 1 GHz Nvidia Tegra 2 ມາກັບກ້ອງຫລັງ ເຖິງສອງໂຕດ້ວຍກັນ ສຳລັບບັນທຶກພາບສາມມິຕິ ຄວາມລະອຽດ 5ລ້ານພິກເຊວ ພ້ອມ LED flash ແລະຍັງສາມາດບັນທຶກວິດີໂອໄດ້ແບບ Full HD 1080p ນອກຍັງມີກ້ອງຫນ້າອີກຫນຶ່ງໂຕ ຄວາມລະອຽດຢູ່ທີ່ 2ລ້ານພິກເຊວ, ຫນ່ວຍຄວາມຈຳໃນໂຕເຄື່ອງ 32GB, ມີພອດ HDMI ແລະຮອງຮັບການເຊື່ອມຕໍ່ແບບໄຮ້ສາຍຜ່ານ 3G HSPA ແລະ WIFI ອີກດ້ວຍ.

ຕາມລາຍງານຍັງບອກອີກວ່າສຳລັບ G-Slate ນີ້ຈະເປີດໂຕໃນງານ MWC (Mobile World Congress) ພ້ອມກັບ LG Optimus 3D ແລະ ຈະເລີ່ມວາງຂາຍໃນເດືອນ ມີນາທີ່ຈະເຖິງນີ້ສະເພາະເຄຶ່ອຂ່າຍ T-Mobile ໃນອາເມລິກາເທົ່ານັ້ນ (ອາດຈະເປັນແທັບໂຕທຳອິດທີ່ໃຊ້ Honeycomb), ຫລັງຈາກນັ້ນຈຶ່ງຈະທະຍອຍວາງຂາຍ ຕາມປະເທດຕ່າງໆ.

ທີ່ມາ:​ Engadget, Mashable

ລອງອ່ານກ່ຽວກັບ  ແນະນຳເກມ Fruit Slice ແລະ Fruit Ninja (Free) ສຳລັບຜູ້ໃຊ້ Android

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.