ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Sony ຂໍເຂົ້າຮ່ວມຕະຫລາດແທັດເລັດນຳອີກຄົນ ດ້ວຍແທັບເລັດ S1 ແລະ S2

ຂ່າວໄອທີ, ແທັບເລັດ

ລ່າຍງານຂ່າວລ່າສຸດ SONY ເປີດໂຕແທັບເລັດໃຫມ່ເຖິງສອງລຸ້ນ ເພຶ່ອກ້າວເຂົ້າມາເປັນຫນຶ່ງໃນຕະຫລາດແທັບເລັດປະຈຸບັນ, ເຊິ່ງແທັບເລັດສອງລຸ້ນຈາກ SONY ທີ່ປະກາດເປີດໂຕນີ້ ມີຊຶ້ລຸ້ນວ່າ: S1 ແລະ S2 (ຍັງເປັນ Code Name ຢູ່). ສຳລັບແທັບເລັດ S1 ແລະ S2 ຈະມາກັບລະບົບປະຕິບັດການລ່າສຸດຂອງ Android ຄື Android 3.0, ມີການອອກແບບທີ່ທັນສະໄຫມ ເພຶ່ອຕອບສະຫນອງຄວາມແຕກຕ່າງໃນການໃຊ້ງານ.

SONY S1 ຈະມາກັບຫນ້າຈໍ 9.4ນິ້ວ ໃຊ້ລະບົບປະຕິບັດການ Android 3.0, ໃຊ້ CPU ເປັນ NVIDIA Tegra 2, ມີກ້ອງທັງຫນ້າແລະຫລັງ, ຮອງຮັບ WIFI ແລະ 3G ລວມໄປເຖິງ 4G ອີກດ້ວຍ.

ໃນສ່ວນຂອງ SONY S2 ກໍ່ຈະມາແປກຫນ້ອຍຫນຶ່ງ ເພາະເປັນແທັບເລັດ ສອງຈໍ ຫລື Dual Screen ຂະຫນາດ 5.5ນິ້ວ ສາມາດພັບໄດ້ ຈະມີກ້ອງດ້ານຫນ້າ ແລະ ຫລັງ ມີລັກສະນັກຄືກັບ Pocket Pc ສະໄຫມກ່ອນ ແຕ່ຈະມີການອອກແບບທີ່ຫລູຫລາ, ເນັ້ນການໃຊ້ງານຂອງນັກຖຸລະກິດ ຫລື ການຜົກໄປງານລ້ຽງສັງສັນ, ແຕ່ເບິງໄປເບິ່ງມາກໍ່ຄ້າຍໆ Nintendo ຫລາຍເຕີບ. ສຳລັບສະເປັນຂອງ S2 ກໍ່ຈະຄືກັບ S1 ແຕ່ຈະຕ່າງທີ່ຂະຫນາດ ແລະ ການອອກແບບເທົ່ານັ້ນ, ແລະກໍ່ຮອງຮັບ WiFi, 3G ແລະ ກໍ່ 4G.

ຢ່າງໃດກໍ່ຕາມແທັບເລັດທັງສອງໂຕນີ້ອາດຈະມີການປ່ຽນແປງຊື່ເມຶ່ອອອກວາງຂາຍໃນທ້ອງຕະຫລາດ, ເຊິ່ງທາງ SONY ໄດ້ບອກວ່າແທັບສອງໂຕນີ້ຈະເລີ່ມວາງຂາຍໃນໄຕມາດທີ່ສີ່ຂອງປີນີ້, ຈັງໃດກໍ່ອົດໃຈລໍຖ້າກັນເອົາໄວ້ສຳລັບແຟນໆຂອງ SONY ເຖິງຈະມາຊ້າ ແຕ່ອາດຈະໄດ້ຮັບຜົນຕອບຮັບທີ່ດີກໍ່ໄດ້.

ທີ່ມາ – Engadget

ລອງອ່ານກ່ຽວກັບ  Firefox 4 Beta 1:ປ່ອຍໃຫ້ດາວໂຫລດ ມາທົດລອງໃຊ້ເເລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.