ເລື່ອງລາວຂອງ TECH, STARTUP, ແລະ DIGITAL

[ຫມາປ່າໄຟ] FireFox 4 ມີຍອດດາວໂຫລດເກີນ 100ລ້ານດາວໂຫລດແລ້ວ

ຂ່າວໄອທີ

ຫລັງຈາກເປີດໃຫ້ດາວໂຫລດກັນໄປແລ້ວສຳລັບ FireFox 4, ປະຈຸບັນກໍ່ມາຕິດຕາມສະຖິຕິຕ່າງໆຂອງມັນວ່າເປັນແນວໃດ, ເພາະລ່າສຸດມີລາຍງານຍອດດາວໂຫລດຂອງ FireFox 4 ໃນປະຈຸບັນເກີນ 100ລ້ານດາວໂຫລດແລ້ວ, ເຊິ່ງໃຊ້ເວລາພຽງເດືອນດຽວກັບອີກບໍ່ເທົ່າໃດມື້ເທົ່ານັ້ນ. ເຊິ່ງ FireFox 4 ເລີ່ມອອກໃຫ້ດາວໂຫລດຕັ້ງແຕ່ວັນທີ່ 23ມີນາທີ່ຜ່ານມາ, ເຊິ່ງຮອດປະຈຸບັນນີ້ກໍ່ເປັນຫນຶ່ງເດືອນກັບສອງມື້ເທົ່ານັ້ນເອງ.

ປະຈຸບັນດ້ວຍຍອດການດາວໂຫລດຂອງ FireFox 4ທີ່ຂຶ້ນສູງຢ່າງໄວວາ ແລະ ໄດ້ຮັບຄວາມນິຍົມເລີ່ມສູງຂຶ້ນ, ຈຶ່ງເຮັດໃຫ້ໃນປະຈຸບັນ Firefox 4ມີສ່ວນແບ່ງທົ່ວໂລກຢູ່ປະມານ 7.94% ນັ້ນຫມາຍຄວາມວ່າ Firefox 4 ໃຊ້ເວລາພຽງເດືອນດຽວເພຶ່ອຍາດສ່ວນແບ່ງຕະຫລາດຂອງໂປຼແກຼມທ່ອງເວັບທົ່ວໂລກໄດ້ເຖິງ 7.94%. ສຳລັບໂປຼແກຼມທ່ອງເວັບໂຕອື່ນໆໃນປະຈຸບັນນີ້ກໍ່ຍັງມີ IE8 ເປັນອັນດັບຫນຶ່ງເຊິ່ງມີສ່ວນແບ່ງຜູ້ໃຊ້ທົ່ວໂລກຢູ່ທີ່ 29.99%, Google Chrome 10 ມີສ່ວນແບ່ງຢູ່ທີ່ 15.35% ແລະ Firefox 3.6 ຢູ່ທີ່ 24.43%. ຢ່າງໃດກໍ່ຕາມ IE9 ມີສ່ວນແບ່ງບໍ່ເຖິງ 4% ຂອງຍອດຜູ້ໃຊ້ທົ່ວໂລກ, ເຊິ່ງຖືວ່າຍັງມີສ່ວນແບ່ງທີ່ຫນ້ອຍຫລາຍ ຫາກທຽບໃສ່ IE6 ທີ່ຍົກເລີກການສະຫນັບສະຫນຸນແລ້ວ ແລະ IE7 ໃນປະຈຸບັນ.

ທີ່ມາ -​ Techcrunch

[poll id=”6″]

ລອງອ່ານກ່ຽວກັບ  iPhone 4 CDMA ມາແລ້ວ ພ້ອມກັບການດີໄຊນ໌ ເສົາສັນຍານໃຫມ່

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.