ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Motorola ຈະເປີດໃຫ້ຈອງ ແທັບເລັດ Xoom ລຸ້ນ​ WiFi ຢ່າງດຽວແລ້ວ

ຂ່າວໄອທີ

ກ່ອນຫນ້ານີ້ Motorola ໄດ້ເລີມວາງຂາຍ ແທັບເລັດ Xoom ລຸ້ນທີ່ຮອງຮັງ 3G ໄປແລ້ວ, ແລະລ່າສຸດທາງ Motorola ກໍ່ຕຽມຈະວາງຂາຍແທັບເລັດ Xoom ລຸ້ນທີ່ຮອງຮັບ WiFi ຢ່າງດຽວເຊັ່ນກັນ. ເຊິ່ງປະຈຸບັນນີ້ທາງ Motorola ກໍ່ເລີ່ມປ່ອຍໃຫ້ຜູ້ໃຊ້ໄດ້ຈອງກັນແລ້ວ ຜ່ານຊ່ອງທາງຕ່າງໆຄື: Amazon, ຮ້ານຄ້າຂອງ Staples, ແລະ Costco. ກຳນົດວັນຂາຍຂອງ Motorola Xoom WiFi ແມ່ນຈະເລີ່ມວາງຂາຍ ໃນວັນທີ 27ມີນາ ນີ້.

ຢ່າງໃດກໍ່ຕາມ Motorola Xoom ລຸ້ນທີ່ເປັນ WiFi ຢ່າງດຽວນີ້, ຈະມີແຕ່ລຸ້ນທີ່ມີຂະຫນາດຄວາມຈຳ 32GB ເທົ່ານັ້ນ. ເຊິ່ງລາຄາທີ່ອອກມາ ແມ່ນຢູ່ທີ່ $599 ເຊິ່ງເປັນລາຄາດຽວກັນກັບ iPad 2 WiFi ລຸ້ນ 32GB. ຢ່າງໃດກໍ່ຕາມ ດ້ວຍລາຄາທີ່ອອກມາແບບນີ້ ແມ່ນຈົງໃຈທີ່ຈະອອກສູ້ກັບ iPad 2 ໂດຍສະເພາະ ແຕ່ຈະສຳເລັດຫລືບໍ່ນັ້ນ ຕ້ອງຖ້າເບິງກັນຕໍ່ໄປ ວ່າໃຜຈະມີຍອດຂາຍຫລາຍກວ່າກັນ ຫລັງຈາກໄຕມາດນີ້.

ທີ່ມາ – Engadget

ລອງອ່ານກ່ຽວກັບ  ສິມາເລົ່າເຫດການວ່າເປັນຫຍັງ ໂລກ້າ ຈຶ່ງ ເຮັດ LOCA PAY ຂຶ້ນມາ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.