ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ສິມາເລົ່າເຫດການວ່າເປັນຫຍັງ ໂລກ້າ ຈຶ່ງ ເຮັດ LOCA PAY ຂຶ້ນມາ

Review, Startup, Stories, ຂ່າວໄອທີ

(ຍາວແນ່ ຄັນຢາກເຂົ້າໃຈ ຢາກໃຫ້ອ່ານ)

ສິເລົ່າກ່ອນວ່າ LOCA PAY ບໍ່ເຄີຍຢູ່ໃນແຜນຂອງໂລກ້າມາແຕ່ຕົ້ນເລີຍ ແຕ່ດ້ວຍຄວາມທີ່ຕົນເອງເຮັດບໍລິການ Taxi ອອນລາຍ ແລ້ວນັກທ່ອງທ່ຽວຕ່າງປະເທດໃຊ້ຫຼາຍ ເລີຍເຮັດໃຫ້ອົດບໍ່ໄດ້ ເພາະການພັດທະນາການທ່ອງທ່ຽວ ບາງເທື່ອກຸ່ມທຸລະກິດ SME ຫລື MSME ຫລື ແມ່ກະທັ່ງ informal business ເຊັ່ນຮ້ານຂ້າງທາງ ຮ້ານຊົ່ວຄາວ (ແບບລໍ້ໝາກສົ້ມທີ່ເຫັນນີ້) ຍັງບໍ່ສາມາດມີສ່ວນຮ່ວມກັບເສດຖະກິດການທ່ອງທ່ຽວໄດ້ເຕັມທີ່

ເປັນຫຍັງຈຶ່ງວ່າສັນ?

ກໍ່ເພາະການຮັບການຊໍາລະຂອງທຸລະກິດຂ້າງເທິງນີ້ ຍັງຖືກຈໍາກັດທີ່ເງິນສົດ ແລະ ການຊໍາລະອອນລາຍ “ພາຍໃນ” ເທົ່ານັ້ນ ເຮັດໃຫ້ແຂກນັກທ່ອງທ່ຽວມີການເຂົ້າເຖິງໄດ້ຍາກ ເລີຍເຮັດໃຫ້ນັກທ່ອງທ່ຽວເບິ່ງຂ້າມໄປ. ເຊັ່ນດຽວກັນກັບຍຸກນີ້ ເວລາເຮົາໄປກິນເຂົ້າ ໄປສັງສັນກັບໝູ່ ເຮົາກໍ່ຢາກໄປຮ້ານທີ່ຮັບ QR CODE ບໍວ່າຈະເປັນທະນາຄານໃດກໍ່ຕາມ.

ແລ້ວເພີ່ນກໍ່ມີ QR Code ແລ້ວເດ ບໍ່ພໍຫວາ?

ຄໍາຕອບຄືບໍພໍ, ຍ້ອນວ່າການຊໍາລະ QR ນັ້ນເປັນການຮອງຮັບພາຍໃນ ແລະ ນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງເຂົ້າມາລາວສ່ວນໃຫຍ່ແລ້ວ ຍັງຕ້ອງເພີ່ງການນໍາໃຊ້ ຫລື ໃຊ້ຈ່າຍຈາກບັດຫຼາຍໂດຍສະເພາະບັດ VISA, MASTER, UPI ແລະອື່ນໆ.

ແລ້ວຈັງໃດ?

ເຮົາຕ້ອງເບິ່ງວ່າບັດປະເພດທີ່ກ່າວມາຂ້າງເທິງນີ້ຊໍາລະຢູ່ໃສໄດ້ແນ່? ສ່ວນໃຫຍ່ແລ້ວຈະຖືກຈໍາກັດຢູ່ທີ່ຮ້ານອາຫານ ຮ້ານຄ້າ ໂຮງແຮມ ທີ່ລາຄາແພງ ຫລື ຂະຫນາດໃຫຍ່. ກັບມາເບິ່ງ ກຸ່ມທຸລະກິດ SME ຫລື MSME ຫລື ແມ່ກະທັ່ງ informal business ເຊັ່ນຮ້ານຂ້າງທາງ ຮ້ານຊົ່ວຄາວ (ແບບລໍ້ໝາກສົ້ມທີ່ເຫັນນີ້) ທ່ານຄິດວ່າ ທຸກຄົນຕ້ອງມີເຄື່ອງຮູດບັດບໍ? ຄ່າທໍານຽມເດ? ຄວາມຮູ້ຄວາມເຂົ້າໃຈໃນການໃຊ້ງານເຄື່ອງຮູດບັດ ລະດັບໃດ? ນອກນັ້ນ ຍັງມີການປ້ອງກັນພວກ Charge Back ຫລື Fraud ອີກ ເຊິ່ງເມື່ອເກີດຂຶ້ນແລ້ວ ຜູ້ຮັບຜິດຊອບກໍ່ຈະຕົກເປັນຮ້ານຄ້າເອງທີ່ຕ້ອງແບກຮັບຄວາມສ່ຽງ. ສະນັ້ນ ຕັດໄປເລີຍວ່າ ທີ່ຈະເອົາເຄື່ອງຮູດບັດມາໃຊ້ກັບທຸລະກິດແບບນີ້.

ຖ້າບໍ່ເຊື່ອ ຢາກໃຫ້ຖາມຮ້ານທີ່ເຈົ້າກິນເຂົ້າສວາຍ 3ມື້ ທີ່ຜ່ານມາ ວ່າເພີ່ນຮັບຮູດບັດເພື່ອຊໍາລະບໍ? (ແລ້ວມາບອກແນ່ໃນ comment ນີ້)

ອ້າວຍາກກະບໍ່ໃຊ້ບໍ່ຕ້ອງຮູດບັດ ສິເປັນຫຍັງ?

ເປັນແນ່ນອນ ດັ່ງທີ່ເວົ້າມາຂ້າງເທິ່ງຖ້າຊໍາລະຍາກ ລູກຄ້າກໍ່ເມີນ ໄປຮ້ານອື່ນທີ່ຮັບຮູດແມ່ນບໍ? ແລ້ວລາຍຮັບຈາກການທ່ອງທ່ຽວມັນຈະກະຈາຍສູ່ທຸລະກິດນ້ອຍໆນີ້ແນວໃດ? ຫລື ນັກທ່ອງທ່ຽວເຂົ້າມານີ້ ເຈົ້າໃຫຍ່ໆເໝົາເອົາໝົດເລີຍບໍ? ຫມົດປະເທດລາວ ຂ້ອຍສາມາດບອກໄດ້ເລີຍວ່າ ເຄື່ອງຮູດບັດສາກົນທີ່ກະຈາຍຢູ່ນີ້ບໍ່ຮອດ 10,000ເຄື່ອງ.

ແລ້ວກັບມາເບິ່ງຫົວຫນ່ວຍທຸລະກິດເດ ມີຈັກຫົວຫນ່ວຍ? ທຸກທະນາຄານທີ່ອອກ QR ໃຫ້ກັບຮ້ານຄ້າຈະຮູ້ດີວ່າ ຈໍານວນຮ້ານຄ້າທີ່ມີ QR ຂອງຕົນເອງຢູ່ ມີຈັກຫົວຫນ່ວຍ ແລ້ວທຽບໃສ່ເຄື່ອງຮູດບັດ ຈະເຂົ້າໃຈສິ່ງນີ້

ແລ້ວກ່ຽວຫຍັງກັບ LOCA ຢາກມາເຮັດບໍລິການ LOCA PAY?

ກໍ່ເພາະໂລກ້າພວກເຮົາເຫັນເຖິງຊ່ອງວ່າງໂຕນີ້ ແລ້ວຢາກປິດຊ່ອງວ່າງໂຕນີ້ໃຫ້ກັບກຸ່ມທຸລະກິດ SME ຫລື MSME ຫລື ແມ້ນກະທັ່ງ informal business ເຊັ່ນຮ້ານຂ້າງທາງ ຮ້ານຊົ່ວຄາວ (ແບບລໍ້ໝາກສົ້ມທີ່ເຫັນນີ້). ດ້ວຍການໃຫ້ລູກຄ້ານັກທ່ອງທ່ຽວສາມາດເຊື່ອມບັດ VISA, MASTER ແລະ (ອະນາຄົດ) UPI ແລ້ວຊໍາລະເຂົ້າ QR Code ຂອງທຸລະກິດຂອງທ່ານໄດ້ເລີຍ. ບໍ່ຕ້ອງລົງທະບຽນ ບໍ່ຕ້ອງເຮັດຫຍັງເພີ່ມເຕີມເລີຍ

ນັບຕັ້ງແຕ່ມື້ນີ້ທຸລະກິດດັ່ງກ່າວ ພຽງແຕ່ນໍາໃຊ້ QR CODE ທີ່ເປັນ LAO QR ຂອງທະນາຄານ JDB, LDB, BIC, APB, Indochina, LaoViet, KBANK, ແລະ ອີກຫຼາຍທະນາຄານລວມ 16ທະນາຄານ ກໍ່ຈະສາມາດເຂົ້າຮ່ວມໄດ້ການຊໍາລະໄດ້ໂດຍບໍ່ຖືກປິດກັ້ນ ເພາະ LOCA PAY ຈະມາຂະຫຍາຍຊ່ອງທາງການຊໍາລະໃຫ້ທຸລະກິດຂອງທ່ານໄດ້ຈາກນັກທ່ອງທ່ຽວທົ່ວໂລກ ຢໍ້າ ທົ່ວໂລກ! ໂດຍທີ່ທ່ານບໍ່ຕ້ອງແບກຮັບຄວາມສ່ຽງເລີຍ. ຖ້າທ່ານມີບັນຊີ ຫລື QR ກັບທະນາຄານດັ່ງກ່າວແລ້ວ ສາມາດຂໍອັບເດດເປັນ LAO QR ໄດ້ທັນທີ ຫລື ຖ້າຍັງບໍ່ທັນມີເລີຍ ກໍ່ສາມາດເປີດຮ່ວມກັບທະນາຄານຮ່ວມພັດທະນາ ຫລື JDB YES ໄດ້.

ສໍ່ານີ້ລະທີ່ຢາກໃຫ້ເຂົ້າໃຈ

ລອງອ່ານກ່ຽວກັບ  Samsung ຈະວາງຂາຍ Samsung Galaxy Tab 7.0 Plus ກາງເດືອນພະຈິກນີ້. ອັບເດດ: ເລີມວາງຂາຍແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.