ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ວ່າດ້ວຍເລື່ອງມາດຕະຖານຕູ້ສາກລົດໄຟຟ້າ ວັດແທກກັນແນວໃດ?

TECH

ຄໍາເຕືອນໂພສຍາວ: ບໍ່ຄິດວ່າສິໄດ້ມາເວົ້າເລື່ອງນີ້ ແຕ່ຕ້ອງມາຂໍເວົ້າສະ ເນື່ອງຈາກຄວາມສັບສົນທີ່ເກີດຂຶ້ນ ແລະ ມີຄົນຕັ້ງຄໍາຖາມມາວ່າ ຕູ້ສາກໂລກ້າ ໄດ້ຮັບມາຕະຖານບໍ? ເພາະໂລກ້າ ບໍ່ຄ່ອຍໄດ້ເວົ້າເຖິງມາດຕະຖານ. 

ກ່ອນອື່ນຕ້ອງບອກວ່າ ຕູ້ສາກລົດໄຟຟ້າ ກໍ່ເຮັດຫນ້າທີຄືກັບເຄື່ອງໃຊ້ໄຟຟ້າອື່ນໆ ພຽງແຕ່ຕູ້ສາກລົດໄຟຟ້ານັ້ນ ເປັນໂຕຈ່າຍໄຟຟ້າກໍາລັງສູງ. ສະນັ້ນ ເຄື່ອງໃຊ້ໄຟຟ້າທີ່ຜະລິດທຸກມື້ນີ້ ແມ່ນໂດຍທົ່ວໄປແລ້ວກໍ່ຕ້ອງຮອງຮັບມາດຕະຖານໃດນຶ່ງ ແຕ່ສ່ວນໃຫຍ່ທົ່ວໂລກ ແມ່ນເພີ່ນອີງໃສ່ມາດຕະຖານ IEC ທີ່ທາງຢູໂລບ ເປັນຄົນເຮັດອອກ. ຫລາຍຜູ້ຜະລິດທົ່ວໂລກອີງໃສ່ມາດຕະຖານນີ້ ບໍ່ໄດ້ຫມາຍຄວາມວ່າ ສົ່ງອອກຢູໂລບ ຫລື ປະເທດແຖວຢູໂລບຍອມຮັບເອົາ. ມັນເປັນພຽງເກນມາຕະຖານທີ່ໃຫ້ຜູ້ຜະລິດອຸປະກອນໄຟຟ້າ ໄດ້ເອົາມາເປັນມາດຕະຖານການຜະລິດຂອງຕົນ ເພື່ອຢັ້ງຢືນຄຸນະພາບ ວ່າຜ່ານເກນນີ້ ເຮັດໃຫ້ຜູ້ຊື້ ຫລື ຜູ້ສັ່ງຜະລິດນັ້ນ ຮັບໄດ້. 

ແລ້ວຄໍາຖາມ ຕູ້ສາກໂລກ້າເດ ໄດ້ຮັບມາດຕະຖານບໍ? ແນ່ນອນແລະເນາະ ກ່ອນທີ່ໂລກ້າຈະຊອກໂຮງງານທີ່ຜະລິດຕູ້ສາກໃຫ້ເຮົາໄດ້ ເຮົາກໍ່ຕ້ອງຊອກໂຮງງານທີ່ໄດ້ມາດຕະຖານຢູ່ແລ້ວ ເພາະໂລກ້າ ລົງທຶນໄລຍະຍາວ ແລະທາງໂລກ້າກໍ່ຕ້ອງມີສັນຍາກັບໂຮງງານຜະລິດ ບໍ່ວ່າຈະເປັນສັນຍາຮັບປະກັນອຸປະກອນ, ຂໍ້ມູນການຈັດຊື້, ແລະອື່ນໆ ລະອຽດຍາວ. ພ້ອມນັ້ນ ເວລາໂຮງງານຜະລິດລົງທຶນ ເຂົາຕ້ອງ 

“ເພາະໂລກ້າ ສັ່ງຜະລິດຕູ້ຂອງຕົນເອງ ບໍ່ໄດ້ຊື້ຂອງທີ່ສໍາເລັດຮູບມາໃຊ້”

ຕໍ່ເລື່ອງມາດຕະຖານ, ຕູ້ສາກໂລກ້າໄດ້ຜ່ານການທົດສອບມາດຕະຖານ 2 ຢ່າງຫຼັກໆເຊິ່ງກໍ່ຄື: 

1. LVD (Low voltage directive) ອີງໃສ່ມາດຕະຖານຂອງສະຫະພາບຢູ່ໂລບ

2. EMC (ELECTROMAGNETIC COMPATIBILITY) ອີງໃສ່ມາດຕະຖານຂອງສະຫະພາບຢູໂລບເຊັ່ນເກັນ. 

ແລ້ວສອງອັນນີ້ແມ່ນຫຍັງ? ຄັນລົງເລິກຄົງຕ້ອງໄດ້ເອີ້ນຊ່ຽວຊານມາຈັດສໍາມະນາກັນ 1-2ມື້ພຸ້ນລະ ແຕ່ບໍ່ເປັນຫຍັງ ຈະຂໍອະທິບາຍສັ້ນໆຂອງແຕ່ລະປະເພດມາດຕະຖານວ່າແຕ່ລະອັນໝາຍເຖິງຫຍັງ ສັ້ນໆດັ່ງລຸ່ມນີ້

1. LVD (Low voltage directive) ມາດຕະຖານຄວາມປອດໄພພື້ນຖານຂອງອຸປະກອນໄຟຟ້າແຮງຕໍ່າ ແຮງໄຟ 50V – 1000V ສໍາລັບໄຟ AC ແລະຖ້າໄຟ DC ແມ່ນຈາກ 75V – 1500V ແນ່ນອນ, ຕູ້ສາກໂລກ້າຈັດຢູ່ໃນນີ້ທັງສອງລະບົບ 380V AC ລະບົບໄຟເຂົ້າ ແລະ ລະບົບໄຟອອກສູງສຸດ 1000V DC. 

ຕູ້ສາກໂລກ້າ ໄດ້ທົດສອບ ແລະ ຜ່ານການທົດສອບມີດັ່ງນີ້

EN 61851-1:2011 – ແມ່ນການທົດສອບລະບົບໄຟຟ້າພື້ນຖານ ພວກອຸປະກອນຕ່າງໆ

EN 61851-23:2014 – ແມ່ນການທົດສອບມາດຕະຖານສະເພາະ ເຊິ່ງແມ່ນຂອງຕູ້ສາກລົດໄຟຟ້າປະເພດ DC

EN 61851-24:2014 – ແມ່ນການທົດສອບມາດຕະຖານສະເພາະເຊັ່ນລະບົບສື່ສານລະວ່າງລົດໄຟຟ້າແລະຕູ້ສາກ, ລະບົບສາຍສົ່ງໄຟຟ້າລະວ່າງຕູ້ກັບລົດ, ຫົວສາກ, ລະບົບປ້ອງກັນໄຟຊັອດຕ່າງໆ

2. EMC (ELECTROMAGNETIC COMPATIBILITY) ມາດຕະຖານຄວາມປອດໄພພື້ນດ້ານສະໜາມແມ່ເຫຼັກ ຫລື ຄື້ນລົບກວນຕ່າງໆຈາກອຸປະກອນໄຟຟ້າ. ຫລື ເວົ້າງ່າຍໆວ່າ ການຮັບປະກັນວ່າ ຕູ້ສາກຈະບໍ່ປ່ອຍຄື້ນລົບກວນອື່ນໆອອກມາຈາກອຸປະກອນຕ່າງໆ ເຮັດໃຫ້ລົບກວນສັນຍານອື່ນ ຫລື ລະບົບຕາຂ່າຍໄຟຟ້າ ແລະ ອື່ນ ເຊິ່ງໃນປະເທດສະຫະພາບຢູໂລບ ແມ່ນມີເງື່ອນໄຂນີ້ ເພາະຈິນຕະນາການເບິ່ງວ່າ ເຄື່ອງໃຊ້ໄຟຟ້ານີ້ ປ່ອຍສະຫນາມແມ່ເຫຼັກເຮັດໃຫ້ສັນຍານເນັດບໍ່ໄດ້, ສັນຍານວະທະຍຸບໍ່ໄດ້, ສັນຍານໂທລະພາບບໍ່ໄດ້, ຫລື ແມ້ນກະທັ້ງເຮັດໃຫ້ເຄືອຂ່າຍໄຟຟ້າມີປັນຫາ. ສິ່ງນີ້ຈະສົ່ງຜົນຮ້າຍແຮງຫລາຍຕໍ່ສັງຄົນ ບໍ່ວ່າຈະຕັ້ງໃຈ ຫລື ບໍ່ຕັ້ງໃຈກໍ່ຕາມ.

ຕູ້ສາກໂລກ້າ ໄດ້ທົດສອບ ແລະ ຜ່ານການທົດສອບມີດັ່ງນີ້:

EN IEC 61851-21-2:2021: ມາດຕະຖານພື້ນຖານທີ່ອອກແບບກໍານົດໃຊ້ກັບຕູ້ສາກລົດໄຟຟ້າ

EN IEC 61000-6-4:2019: ມາດຕະຖານພື້ນຖານກ່ຽວກັບການປ່ອຍຄື້ນລົບກວນຫລືສັນຍານລົບກວນຊ່ວງ 9kHz – 400GHz

EN IEC 61000-6-2:2019: ມາດຕະຖານການຄຸ້ມກັນຄື້ນຄວາມຖີ່ຊ່ວງ0 Hz ຫາ 400 GHz

EN 61000-3-12:2011: ມາດຕະຖານການປ້ອງກັນການປ່ອຍຄື້ນລົບກວນຕາຂ່າຍໄຟຟ້າແຮງຕໍ່າສາທາລະນະທີໃຊ້ແຮງດັນຕັ້ງແຕ່ 16A-75A ຕໍ່ເຟດລະບົບໄຟ 1ເຟດຫລື 3ເຟດບໍ່ເກີນ 690V (ຂໍ້ນີ້ໂລກ້າບໍ່ໄດ້ເຊື່ອມກັບຕາຂ່າຍແຮງຕໍ່າສາທາລະນະແຕ່ກະຍັງທົດສອບເພາະວ່າມັນເປັນພື້ນຖານທີ່ຕ້ອງມີ)

EN IEC 61000-3-11:2019: ມາດຕະຖານຄວາມຜັນຜວນຂອງແຮງດັນໄຟຟ້າເຊິ່ງອາດຈະສົ່ງຜົນກະທົບຕໍ່ຕາຂ່າຍໄຟຟ້າ

ມາຮອດນີ້ຖ້າໃຜຮູ້ແລ້ວກໍ່ສາມາດເອົາລະຫັດດັ່ງກ່າວໄປຄົ້ນຫາໃນ Google ໄດ້ເຊິ່ງຈະເຮັດໃຫ້ເຫັນລາຍລະອຽດຂອງແຕ່ລະມາດຕະຖານຕື່ມສຸດທ້າຍເຫດຜົນທີ່ໂລກ້າບໍ່ຄ່ອຍເອົາໂຕນີ້ອອກມາເວົ້າກໍ່ເພາະວ່າມັນເປັນພຽງມາດຕະຖານພື້ນຖານທີ່ທຸກບໍລິສັດຕ້ອງເຮັດຕາມຢູ່ແລ້ວບໍ່ແມ່ນສິ່ງວິເສດຫລືພິເສດຫຍັງດ້ວຍຊໍ້າ

ຜູ້ໃຊ້ງານເອງສ່ວນໃຫຍ່ ກໍ່ບໍ່ສາມາດຮູ້ເຖິງ ຫລື ເຂົ້າໃຈເຖິງລາຍລະອຽດ ແລະ ຂ້ອຍເອງ ຫລືໂລກ້າເອງ ເຮົາກໍ່ອາດຈະຮູ້ໄດ້ບໍ່ລະອຽດ ແຕ່ສິ່ງນຶ່ງທີ່ເຮົາມີ ກໍ່ຄືບໍລິສັດບຸກຄົນທີ່ 3 ທີ່ເຮັດຫນ້າທີ່ລົງໄປກວດສອບ ທົດສອບ ເພື່ອຢັ້ງຢືນໃຫ້ເຮົາວ່າຕູ້ສາກທີ່ຜະລິດນັ້ນຜ່ານເກນມາດຕະຖານ LVD ຫລື EMC ພາຍໃຕ້ມາດຕະຖານ IEC ຂອງສະຫະພາບຢູໂລບແລ້ວ.

ລອງອ່ານກ່ຽວກັບ  Note: Deploy Python App on Runcloud

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.