ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເລີ່ມລອງໃຊ້ຊີວິດແບບ Cashless ນຶ່ງມື້ ທີ່ວຽງຈັນ ep1 ຈະເປັນແນວໃດມາເບິ່ງກັນ

Digital, Startup, Stories, TECH

ຫລັງຈາກທີ່ໄດ້ປະສົບການ ການອອກບ້ານທີ່ລືມກະເປົ໋າເງິນ ມື້ນີ້ເລີຍລອງມາໃຊ້ຊີວິດແບບ CASHLESS ຫລື ໃຊ້ຊີວິດແບບໄຮ້ເງິນສົດ ໃນຊີວິດປະຈຳວັນລອງເບິ່ງແບບຈິງໆຈັງໆເປັນເທື່ອທຳອິດ ຂໍບອກໄວ້ກ່ອນ ຮູ້ສຶກຕື່ນເຕັ້ນຫລາຍ ແລະ ໄດ້ມີການວາງແຜນຄາດເດົາລະດັບນຶ່ງ ເພື່ອຈະບໍ່ FAILED ຮາຮາຮາ

ເລີ່ມຕົ້ນມື້ນີ້ຄືການມາວຽກປົກກະຕິ ແລ້ວພໍໃກ້ຈະຮອດໂມງກິນເຂົ້າສວຍ ກໍ່ມີນັດລົມວຽກ ພ້ອມກັບກິນເຂົ້າສວາຍທີ່ຮ້ານອາຫານ Benoni ສາຂາໃກ້ໆທາດດຳ, ເຊິ່ງການເດີນທາງໄປແມ່ນໃຊ້ງານ LOCA ແລະ ຈ່າຍເງິນຜ່ານແອັບຂອງ LOCA ທີ່ເຕີມປະໄວ້ເລີຍ ບໍ່ຕ້ອງຈ່າຍເງິນສົດ

ຫລັງຈາກໄປຮອດແລ້ວ ກໍ່ກິນເຂົ້າລົມວຽກ ຫລັງຈາກກິນແລ້ວໆແນ່ນອນຕ້ອງຈ່າຍເງິນ ຮາຮາ ການຈ່າຍເງິນກໍ່ງ່າຍໆ ທຳອິດຈະຈ່າຍຜ່ານບັດ ແຕ່ພໍດີຮ້ານເພີ່ນມີ ONEPAY ເລີຍຈົກໂທລະສັບຂຶ້ນມາຈ່າຍຜ່ານ ONEPAY, ຢ່າຕົກໃຈວ່າເຮົາກິນຫລາຍ ຄືກິນຫລາຍຄົນ ແຕ່ເຮົາຮັບເປັນເຈົ້າມື ແຮແຮ

ຫຼັງຈາກກິນແລ້ວ ກໍ່ມີນັດລົມວຽກກັບລູກຄ້າຕໍ່ ຈະເຮັດແນວໃດກະເອີ້ນ LOCA ຕໍ່ແລະເນາະ ສິຖ້າຫຍັງ ໂດຍເທື່ອນີ້ແມ່ນນັດລູກຄ້າທີ່ຮ້ານ JOMA ທາດຫລວງນີ້ນັ້ນເອງ ໃນລະວ່າງການເດີນທາງກໍ່ໄດ້ນັ່ງເຮັດວຽກໄປນຳ ລົມວຽກໄປນຳ ບໍ່ເສຍເວລາການເດີນທາງຖ້າຕ້ອງຂັບເອງ

 

ຫຼັງຈາກມາຮອດ JOMA ແລ້ວກໍ່ສັ່ງກິນນໍ້າ ເພື່ອບໍ່ໃຊ້ສະຖານທີ່ເພີ່ນລົມວຽກຟຼີໆ ເພາະເກງໃຈຈຈຈຈຈ ຮາຮາ, ພໍຊື້ແລ້ວກໍ່ຕ້ອງຈ່າຍເງິນ ກໍ່ຈັບໂທລະສັບຂຶ້ນມາ ແລ້ວຈ່າຍດ້ວຍ ONEPAY ອີກຄັ້ງ

 

ນັ່ງຖ້າ ແລ້ວກໍ່ລົມວຽກ ລົມໄປເລື້ອຍໆ ຫຼັງຈາກລົມແລ້ວ ກໍ່ເຖິງເວລາກັບຫ້ອງການລະສິນະ ກໍ່ເອີ້ນ LOCA ມາຮັບເລີຍ ຈະຖ້າເຮັດຫຍັງ

ຫຼັງຈາກຮອດຫ້ອງການກໍ່ຖືວ່າເຮັດວຽກຕໍ່ ແລະ ຂໍສະຫຼຸບວ່າເປັນການເລີ່ມຕົ້ນການໃຊ້ຊີວິດແບບ Cashless ເທື່ອທຳອິດເລີຍກໍ່ວ່າໄດ້ໃນປະເທດລາວ ແລະ ໃນວຽງຈັນ. ດຽວເທື່ອຕໍ່ໄປຈະເຮັດສິ່ງທີ່ຍາກກວ່ານີ້ ແລ້ວຈະມາເວົ້າໃຫ້ຟັງໃຫມ່ວ່າຈະພົບປັນຫາໃດໆບໍ່ ແຕ່ໂດຍລວມມື້ນີ້ຍັງເປັນ NOOB ຢູ່ ຂໍສໍ່ານີ້ກ່ອນ.

 

 

ລອງອ່ານກ່ຽວກັບ  ສິມາເລົ່າເຫດການວ່າເປັນຫຍັງ ໂລກ້າ ຈຶ່ງ ເຮັດ LOCA PAY ຂຶ້ນມາ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.