ເລື່ອງລາວຂອງ TECH, STARTUP, ແລະ DIGITAL

SONY ປະກາດ ຈະອັບເກຼດ Xperia X10 ໃຫ້ເປັນ Android 2.3

ຂ່າວໄອທີ, ໂທລະສັບ

ລ່າສຸດທາງ SONY ໄດ້ປະກາດວ່າຈະອັບເກຼດລະບົບປະຕິບັດການໃຫ້ກັບໂທລະສັບມືຖື Sony Ericsson Xperia X10 ໃຫ້ເປັນ Android 2.3 Gingerbreadໃນຊ່ວງທ້າຍໄຕມາດທີສອງ ຫລື ຕົ້ນໄຕມາດທີ່ສາມຂອງປີນີ້.

ໃນການອອກມາປະກາດການອັບເກຼດ Android 2.3 ໃຫ້ກັບ Xperia X10 ເທຶ່ອນີ້ເຮັດໃຫ້ຫລາຍຄົນ ຕົກໃຈໄປຕາມໆກັນ ເພາະບໍ່ຄິດວ່າ SONY ຈະອັບເກຼດ Xperia X10 ໃຫ້ເປັນ Android 2.3 ເພາະກ່ອນຫນ້ານີ້ ກໍ່ມີຂ່າວອອກມາແວວໆວ່າ SONY ຈະບໍ່ອັບເກຼດ ລະບົບປະຕິບັດການໃຫ້ກັບໂທລະສັບມືຖືຕະກຸນ Xperia X10, ແຕ່ງານນີ້ແຟນໆ SONY ທີ່ໃຊ້ງານ Xperia X10 ຢູ່ກໍ່ອາດຈະມີເຮ ແລະ ຍິ້ມກັນແບບບໍ່ຮຸບເລີຍກໍ່ວ່າໄດ້. ແຕ່ທາງ SONY ກໍ່ຍັງບອກອີກວ່າ ຫາກຜູ້ໃຊ້ໄດ້ເຮັດການອັບເກຼດໄປເປັນ Android 2.3 ແລ້ວ ແຕ່ບໍ່ມັກ ຫລື ບໍ່ພໍໃຈ,​ ກໍ່ຈະບໍ່ສາມາດ Downgrade ກັບຄືນໄປເປັນ Android 2.1 ໄດ້ເຊັ່ນກັນ.

ຢ່າງໃດກໍ່ຕາມ ສຳລັບ Xperia X10 Mini, X10 Mini Pro ແລະ X8 ນັ້ນຈະຍັງຄົງບໍ່ໄດ້ອັບເກຼດໄປເປັນເວີຊັ່ນທີ່ສູງກວ່ານັ້ນແລ້ວ ແລະ ຕອນນີ້ກໍ່ຍັງຄົງຕິດຢູ່ທີ່ Android 2.1 ເຊັ່ນເດີມ ແລະ ກໍ່ຖືກຕັດຫາງປ່ອຍວັດກັນໄປແລ້ວ.

ທີ່ມາ -​ Sony Ericsson Product Blog ຜ່ານ Engadget

ລອງອ່ານກ່ຽວກັບ  iDisplay App ປ່ຽນຈໍອຸປະກອນ Android ເປັນຈໍທີ່ສອງຂອງຄອມພິວເຕີ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.