ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ແນະນຳ 5 Twitter Client ດີໆສຳຫລັບ ໃຊ້ເທິງ PC

FREE WARE, social media

ຫວ່າງໆເລີຍມາແນະນຳໂປຼແກຼມສຳຫລັບຫລິ້ນ Twitter  ແຈ໋ມໆເທບໆ, ໃຊ້ແລ້ວເບິງຄືທັນສະໄຫມ, ອີກທັງໃຊ້ງ່າຍ, ສະຖຽນ, ຫລູຫລາ ແລະອື່ນໆ ມີຫຍັງນັ້ນມາເບິງກັນທາງລຸ່ມນີ້ເລີຍ:

1. Tweetdeck: ສຳຫລັບຜູ້ທີ່ຕິດກັບ Social Network ຕະຫລອດເວລາ ຫລືວ່າມີຫລາຍປັນຊີ ໂຕນີ້ແມ່ນເຫມາະສຳຫລັບທ່ານ, ນອກຈາກໃຊ້ຫລິ້ນ Twitter ແລ້ວຍັງສາມາດໃຊ້ ກັບ Facebook, MySpace, LinkedIn, Foursquare, Google Buzz ແລະອື່ນໆອີກ

ສົນໃຈດາວນ໌ໂຫລດທີ່ http://www.tweetdeck.com/desktop/


2. DestroyTwitter: ໂຕນີ້ແມ່ນເນັ້ນທີ່ຄວາມສະບາຍເວລາຢາກທະວິດຫລືແຈ້ງເຕືອນການອັບເດດທະວິດໃຫມ່ໆ ອີກທັງສາມາດທະວິດຮູບໃນໂຕໂປຼແກຼມໄດ້ເລີຍ, ປັບແຕ່ສີສັນຂອງໂປຼແກຼມຕາມທີ່ຕ້ອງການໄດ້, ສາມາດເລືອກບໍລິການຍໍ້ລິ້ງໃຫ້ສັ້ນລົງໄດ້ຫລາຍບໍລິການໃນໂຕ.

ດາວນ໌ໂຫລດ: http://destroytwitter.com


3. sobees: ໂຕນິຈະເນັ້ນໄປແນວຂໍ້ທຳອິດ ຫລາຍກວ່າຍ້ອນຫນ້າຕາ ໂປຼແກຼມ, ນອກຈາກທະວິດເຕີແລ້ວ ມັນຍັງສາມາເຊື່ອມກັບເວັບ Social ອື່ນໆໄດ້ອີກ

ດາວນ໌ໂຫລດ: http://www.sobees.com/download

4. Blu:ໂຕນິຈະເນັ້ນລັກຊະນະຫລູຫລາ, ຄວາມງາມເຮົາຢາກຍົກໃຫ້ເປັນ ອັນດັບຫນຶ່ງ ແຕ່ເນື່ອງຈາກຍັງບໍ່ມີລູກຫລິ້ນຫລາຍ. ໃຊ້ງານງ່າຍບໍ່ວ່າຈະເປັນການຕອບ, ການທະວິດ, ການອັບເດດທະວິດ.

ດາວນ໌ໂຫລດ: http://www.thirteen23.com/experiences/desktop/blu


5. Echofon: ໂຕນິອາດຈະເປັນປັກອິນຫລືວ່າຕົວເສີມສຳຫລັບ Firefox ເຊິງເຮົາເອງກໍ່ໃຊ້ງານຢູ່ ມັນຈະສະດວກສຳຫລັບຄົນທີ່ຢູ່ກັບ Browser ຫລືຄົນທີ່ເຮັດວຽກຜ່ານຫນ້າເວັບ.

ດາວນ໌ໂຫລດ: http://www.echofon.com/twitter/firefox/


ສຳຫລັບທ່ານທີ່ໃຊ້ງານຢູ່ແລ້ວ ລອງມາແບ່ງປັນປະສົບການ ຫລື ແນະນຳ Client ດີໆ ນອກຈາກນີ້ກັນເບິງເນາະ

ລອງອ່ານກ່ຽວກັບ  ປະຫວັດຄວາມເປັນມາຂອງ Twitter Social networking ຊື່ດັງ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.