ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Twitter For Android ເວີຊັ່ນໃຫມ່ມາແລ້ວ ພ້ອມຮອງຮັບການໃຊ້ງານຫຼາຍບັນຊີ

Android Apps, social media, ຂ່າວໄອທີ

ລ່າສຸດ Twitter ໄດ້ອອກມາອັບເດດແອັບຯ ສຳລັບຜູ້ໃຊ້ອຸປະກອນ Android ເປັນເວີຊັ່ນ 2.1.0 ເຊິ່ງໃນເວີຊັ່ນໃຫມ່ນີ້ ກໍ່ຈະມີຈຸດເດັ່ນອັນຫນຶ່ງ ທີ່ເຊຶ່ອວ່າຫລາຍຄົນທີ່ໃຊ້ App ທະວິດເຕີອາດຈະຕ້ອງການຫລາຍ ເພາະໃນເວີຊັ່ນນີ້ຈະຮອງຮັບການໃຊ້ງານ Twitter ແບບຫລາຍໆບັນຊີພ້ອມໆກັນ ໂດຍຜູ້ໃຊ້ສາມາດທີ່ຈະສັບປ່ຽນບັນຊີໄດ້ຢ່າງງ່າຍດາຍ.

ນອກນັ້ນແລ້ວໃນ Twitter For Android 2.1.0 ນີ້ຍັງຈະ Push notification, ອັບເດດ widget ໃຫມ່ ແລະ ປັບປູງຂໍ້ບົກພ້ອງຕ່າງໆໃນເວີຊັ່ນກ່ອນຫນ້ານີ້. ສຳລັບທ່ານໃດທີ່ໃຊ້ໂທລະສັບມືຖື ລະບົບປະຕິບັດການ Android ຢູ່ ກໍ່ສາມາອັບເດດ ຫລື ດາວໂຫລດຈາກ Android Market ໄດ້ເລີຍທັນທີ ແຕ່ຕ້ອງເປັນ Android 2.1 ຂຶ້ນໄປເທົ່ານັ້ນ.

ທີ່ມາ – Twitter

ລອງອ່ານກ່ຽວກັບ  ແນະນຳ Android App ດີໆ ທີ່ຄວນມີໄວ້ໃນອຸປະກອນ Android ທຸກເຄື່ອງ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.