ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iPhone 4 ສະມາດ​ໂຟນ​ ເຊຶ້ອສາຍ “ເກົາ​ຫລີ” ຈິງເເທ້ສ່ຳໃດ

ຂ່າວໄອທີ, ໂທລະສັບ

ຫລາຍ​ຄົນ​ຮູ້​ດີກວ່າ iPhone 4 (ແລະ​ໄອ​ໂຟນ​ລຸ້ນ​ກ່ອນ​ໜ້າ​ນີ້) ອອກ​ແບບ​ທີ​ແຄ​ລິ​ຟໍເນຍ ແລະ​ປະກອບ​ເປັນ​ເຄື່ອງ​ພ້ອມ​ໃສ່​ກ່ອງ​ສວຍງາມ​ໃນ​ຈີນ ແຕ່​ຮູ້​ບໍ​ວ່າ ຊິ້ນ​ສ່ວນ​ຂອງ​ໄອ​ໂຟນ​ເກືອບ​ທັງ​ເຄື່ອງ​ຜະລິດ​ຈາກ​ທີ່​ໃດ? ຄຳ​ຕອບ​ກໍ​ຄື “ເກົາ​ຫລີ” ຊຶ່ງ​ຈາກ​ລາຍ​ງານ​ຂ່າວ​ນີ້ ເຮົາ​ຈະ​ມາ​ເບິ່ງ​ກັນ​ວ່າ ມັນ​ມີ​ຫຍັງ​ນຳ​ໃນ​ນັ້ນ​ທີ່​ມາ​ຈາກ​ແດນ​ກິມ​ຈິ

ເລີ່ມ​ຕົ້ນ​ດ້ວຍ​ສິ່ງ​ທີ່​ເຫັນ​ທາງ​ໜ້າ ນັ້ນ​ກໍ​ຄື LCD ຂອງ iPhone 4 ທີ່​ສະ​ຕີ​ຟະ​ຈອບສ໌​ບອກວ່າ ເປັນ​ຈໍ​ທີ່​ບໍ່​ມີ​ໃຜ​ເຄີຍ​ເຫັນ​ມາ​ກ່ອນ ຊຶ່ງ​ຄວາມ​ຈິງ​ມັນ​ເປັນ​ຈໍ LCD ຂອງ LG ຄັ້ນ​ກັບ​ເຂົ້າ​ມາ​ເບິ່ງ​ສິ່ງ​ທີ່​ຢູ່​ພາຍ​ໃນ​ເຄື່ອງ ຊີ​ພີ​ຍູ ແລະ​ແບດ​ເຕີ​ລີ່ ຕະຫລອດ​ຈົນ​ຊິ້ນ​ສ່ວນ​ສຳຄັນ​ໆ ກໍ​ຍັງ​ຜະລິດ​ໃນ​ເກົາ​ຫລີ​ອີກ​ດ້ວຍ ສຳລັບ LG ເປັນ​ຜູ້​ຜະລິດ​ຈໍ LCD ໃຫ້​ກັບ​ທັງ iPhone 4 ແລະ iPad

ຂະນະ​ດຽວ​ກັນ Samsung ຈະ​ຮັບ​ໜ້າ​ທີ​ເປັນ​ຜູ້​ຜະລິດ​ຊິບ​ຫນ່ວຍ​ຄວາມ​ຈຳ​ແຟສ ສ່ວນ​ຊິບ A4 1GHz ແມ່ນ​ຈະ​ດີ​ໄຊນ໌​ໂດຍ​ແອບ​ເປີ້ນ (Apple) ແຕ່​ມັນ​ກໍ​ຜະລິດ​ໂດຍ​ໂຮງ​ງານ​ຂອງ Samsung ອີກ​ເຊັ່ນ​ກັນ ສຳລັບ​ແບດ​ເຕີ​ລີ່​ທີ່​ໃຊ້​ໃນ iPhone4 ທີ່​ໃຫ້​ພະລັງ​ງານ​ໄດ້​ດົນ​ກວ່າ​ເດີມ 40% ເມື່ອ​ທຽບ​ກັບ 3GS ກໍ​ຈະ​ຜະລິດ​ໂດຍ Samsung SDI ຍັງ​ບໍ່​ໝົດ​ ຕົ​ວເກັບ​ປະ​ຈຸ​ເຊ​ລາ​ມິກ​ແບບ​ມັນ​ຕິ​ເລ​ເຍີລ໌​ທີ່​ໃຊ້​ຄວບ​ຄຸມ​ລະ​ດັບ​ພະລັງ​ງານ​ກະ​ແສ​ໄຟ​ຟ້າ​ທີ່ ຢູ່​ພາຍ​ໃນ iPhone4 ກໍ​ຜະລິດ​ໂດຍ Samsung ຊິ້ນ​ສ່ວນ​ອິ​ເລັກໂຕນິກສ໌​ນ້ອຍ​ໆ ນ້ອຍໆ ທີ່​ເຫລືອ​ກໍ​ຮັບ​ຜະລິດ​ໂດຍ​ໂຮງ​ງານ​ນ້ອຍ​ໆ ໃນ​ເກົາ​ຫລີ​ອີກ​ຕ່າງ​ຫາກ ຢ່າງ​ເຊັ່ນ Amotech ຮັບ​ຫນ້າທີ່​ຜະລິດ ວາ​ລິດ​ເຕີລ໌ (varistors) ຕົວ​ຕ້ານ​ທານ​ທີ່​ແປ​ຄ່າ​ຕາມ​ແຮງ​ດັນ​ໄຟ​ຟ້າ ແລະ Interflex ຜະລິດ​ແຜ່ນ​ວົງ​ຈົນ​ໄຟ​ຟ້າ​ຊະນິດ​ຍືດ​ຫຍຸ່ນ​ໄດ້ ຮຽກ​ໄດ້​ວ່າ 70% ຂອງ​ໄອ​ໂຟນ​ມີ​ສັນ​ຊາດ​ເປັນ​ເກົາ​ຫລີ​ກໍ​ວ່າ​ໄດ້ ຂ່າວ​ນີ້​ຈະ​ໜ້າ​ເຊື່ອ​ຫລາຍ​ສ່ຳໃດ ຄົງ​ຕ້ອງ​ຖ້າເບິ່ງ iFixit ຊຳ​ແຫລະ iPhone 4 ກັນ​ອີກ​ເທຶ່ອຫນື່ງ

ຂໍ້​ມູນ​ຈາກ: fareastgizmos, Arip.co.th

ລອງອ່ານກ່ຽວກັບ  Samsung ແຈກ Galaxy S ໃຫ້ກັບຄົນທີ່ບໍ່ພໍໃຈ iPhone 4

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.