ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຍອດຂາຍ iPad ທະລຸ 2 ລ້ານເຄື່ອງແລ້ວ

ຂ່າວໄອທີ, ແທັບເລັດ

ມີໃຫ້ເປັນຂ່າວຕະຫລອດສຳລັບໄອແພດ (iPad) ຂອງແອບເປີ້ນ (Apple) ລ່າສຸດທາງບໍລິສັດໄດ້ອອກມາປະກາດວ່າ ຕັ້ງແຕ່ເລີ່ມວາງຈຳໜ່າຍໄອແພດມາຕັ້ງແຕ່ວັນທີ່ 3 ເມສາຈົນເຖິງມື້ນີ້ຍອດຂາຍຂອງມັນຜ່ານ 2 ລ້ານເຄື່ອງໄປແລ້ວ. ຢ່າງໃດກໍຕາມ ຍອດຂາຍສ່ວນໃຫຍ່ໜ້າຈະມາຈາກົດລາດໃນສະຫລັດຯ ເນື່ອງຈາກໄອແພດຫາກໍ່ຈະວາງຕະຫລາດໃນປະເທດ Australia, Canada, France, Germany, Italy, Japan, Spain, Switzerland ເເລະ United Kingdom ເມື່ອອາທິດທີ່ຜ່ານມາ ຊຶ່ງທາງແອບເປີ້ນຍັງບໍ່ໄດ້ເປີດເຜີຍຍອດຂາຍໃນຕ່າງປະເທດ “ເຮົາປະທັບໃຈໃນຄວາມອົດທົນຂອງລູກຄ້າ (ທີ່ຕ້ອງຖ້າ) ຊຶ່ງເຮົາກຳລັງເຮັດວຽກຢ່າງໜັກ ເພື່ອຜະລິດໄອແພດໃຫ້ກັບທຸກຄົນ” ສະຕີຟ ຈອບສ໌ (Steve Jobs) ກ່າວ ຟັງເບິ່ງຄືແອບເປີ້ນກຳລັງພະຍາຍາມຮັກສາລະດັບຄວາມຕ້ອງການຂອງຕະຫລາດ

ແອບເປີ້ນຍັງກ່າວອີກດ້ວຍວ່າ ຕອນນີ້ AppStore ມີແອບຯສຳລັບໄອແພດໃຫ້ດາວໂຫລດເຖິງ 5,000 ຕົວແລ້ວ ໃນຂະນະທີ່ຈຳນວນແອບພິເຄຊັນທັງໝົດ (iPhone, iPod Touch ແລະ iPad) ຫລາຍກວ່າ 200,000 ແອບຯ ຈາກສະຖິຕິແອບເປີ້ນໃຊ້ເວລາ 28 ມື້ໃນການຂາຍໄອແພດໄດ້ 1 ລ້ານເຄື່ອງ ແລະດ້ວຍລະຍະເວລາເທົ່າໆກັນແອບເປີ້ນກໍສາມາດຂາຍໄອແພດລ້ານທີ່ 2 ໄດ້ ຫລືເວົ້າງ່າຍໆ ກໍຄື ທາງບໍລິສັດສາມາດຂາຍໄອແພດໄດ້ 2 ລ້ານເຄື່ອງພາຍໃນບໍ່ເຖິງ 60 ມື້ ແຕ່ປະເດັນທີ່ໜ້າສົນໃຈກວ່ານັ້ນກໍຄື ຍອດຂາຍໄອແພດທີ່ວາງຕະຫລາດໃນຕ່າງປະເທດຈະເປັນຢ່າງໃດ ແລະເຖິງສິ້ນປີຈະຍັງຄົງເຖິງເປົ້າ 7.6 ລ້ານເຄື່ອງ ຫລືບໍ່ ເລື່ຶອງນີ້ຕ້ອງຕິດຕາມກັນຕໍ່ໄປ
ຂໍ້ມູນຈາກ: AppleInsider, Arip

ລອງອ່ານກ່ຽວກັບ  Apple ປ່ອຍ GarageBand ສຳລັບ iPad ລົງໃນ App Store ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.