ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple TV ອັບ​ເດດ HD+iPhone OS 4

ຂ່າວໄອທີ

ໃນ​ຂະນະ​ທີ່​ກູ​ເກີ້ນ (Google) ກັບ​ພັນ​ທະ​ມິດ​ຍັກ​ໃຫຍ່​ໄອ​ທີ​ຢ່າງ​ໂຊ​ນີ້ (Sony) ແລະ​ອິນ​ເທວ (Intel) ປະ​ກາດ​ຄວາມ​ຮ່ວມ​ມື​ໃນ​ການ​ພັດທະນາ Google TV ທີ່​ເປັນ​ການ​ຜະ​ສານ​ໂລກ​ຂອງ​ ເ​ສິດ (Search) ມັນ​ຕິ​ມີ​ເດຍຄອນ​ເທັນ​ເທິງ​ອິນ​ເຕີເນັດ​ເຂົ້າ​ກັບ​ການ​ຮັບ​ຊົມ (Watch) ທີ​ວີ​ເຂົ້າ​ນຳກັນ ແອບ​ເປີ້ນ (Apple) ຍ່ອມ​ບໍ່​ປ່ອຍ​ໃຫ້​ສ່ວນ​ແບ່​ງຕະຫ​ລາດ​ນີ້​ຖືກ​ຊ່ວງ​ຊິງ​ໄປ​ອີກ​ໂດຍ​ງ່າຍ ວ່າ​ແລ້ວ​ກໍ​ມີ​ຂ່າວ​ແວ່ວ​ອອກ​ມາ​ວ່າ ແອບ​ເປີ້ນ​ຕຽມ​ສົ່ງ Apple TV ອອກ​ມາ​ອີກ​ຄັ້ງ

ຂ່າວ​ລື​ລ່າ​ສຸດ​ທີ່​ກຳ​ລັງ​ແພ່​ສະ​ພັດ​ຢູ່​ເທິງ​ເນັດ​ຂະນະ​ນີ້​ກໍ ຄື Apple TV ໄດ້ຮັບ​ການ​ອັບ​ເດດ​ໃຫ້​ມີ​ຄວາມ​ສາມາດ​ຫລາຍ​ຂຶ້ນ ໂດຍ​ຈະ​ເຮັດວຽກ​ດ້ວຍ​ລະບົບ​ປະຕິບັດການ iPhone OS 4 ແລະ​ໃຊ້​ໂພ​ເຊດ​ເຊີລ໌ A4 ສ່ວນ​ລາ​ຄາ​ຢູ່​ທີ່ 99 ຫລຽນຯ ເທົ່າ​ນັ້ນ ຊຶ່ງ​ມີ​ລາ​ຄາ​ຖືກ​ກວ່າ​ລຸ້ນ​ປະຈຸບັນ​ທີ່​ມີ​ລາ​ຄາ 229 ຫລຽນຯ

ເຫດຜົນ​ທີ່​ແອບ​ເປີ້ນ​ຕ້ອງ​ລຸກ​ຂຶ້ນ ມາ​ອັບ​ເດດ Apple TV ເປັນ​ການ​ດ່ວນ​ກໍ​ເນື່ອງ​ຈາກ​ທາງ​ກູ​ເກີ້ນ​ໄດ້​ຕຽມ​ອອກ Google TV ຫລື​ລະບົບ​ເຊື່ອມ​ຄອນ​ເທັນ​ເວັບ​ເຂົ້າ​ກັບ​ທໍລະທັດ (web content to TV delivery system) ພາຍ​ໃນ​ບໍ່ຫລາຍເດືອນ​ຂ້າງ​ໜ້າ​ແລ້ວ ໂດຍ​ແຫລ່ງ​ຂ່າວ​ວົງ​ໃນ​ໄດ້​ເປີດ​ເຜີຍ​ວ່າ ແອບ​ເປີ້ນ​ຕຽມ​ອອກ​ເຊດ​ທອບ​ບ໊ອກທີ່​ມີ​ຫນ່ວຍ​ຄວາມ​ຈຳ​ແຟ​ຣັດ​ພາຍ​ໃນ 16GB ສາມາດ​ຫລິ້ນ​ວິ​ດີ​ໂອ​ຟູນ​ໄຮ​ເດ​ຟຯ 1080

Apple TV ສາມາດ​ສະແດງ​ວິ​ດີ​ໂອ​ຍູ​ທູບ (YouTube) ຈັດການ​ພາບ​ຖ່າຍ​ດ້ວຍ iPhoto ແລະ Flickr ຕະຫລອດ​ຈົນ​ສາມາດ​ສັ່ງ​ຊື້​ວິ​ດີ​ໂອ​ຄອນ​ເທັນຄຸນນະພາບ​ມາດຕະຖານ ແລະ​ໄຮ​ເດ​ຟຯ ຈາກ iTunes ສຳລັບ​ໂມ​ເດວທີ່​ວາ​ງຕະຫ​ລາດ​ໃນ​ປະຈຸບັນ​ມີ​ຮາລ໌​ດດິດ 160GB  ໃນ​ສ່ວນ​ຂອງ​ຂ່າວ​ລື​ທີ່​ວ່າ Apple TV ລຸ້ນ​ໃໝ່​ຈະ​ໃຊ້ iPhone OS 4 ນັ້ນ​ໝາຍ​ຄວາມ​ວ່າ ມັນ​ສາມາດ​ເຮັດວຽກ​ແບບ​ມັນ​ຕິ​ທາດ ແລະ​ສະໜັບສະໜູນ​ແພດ​ຟອລ໌​ມໂຄສະ​ນາ​ຮູບ​ແບບ​ດຽວ​ກັບ​ເທິງ​ໂມ​ບາຍ​ດ້ວຍ ຢ່າງໃດ​ກໍ​ຕາມ ຈຸດ​ອ່ອນ​ທີ່​ຫລາຍ​ຄົນ​ຮູ້​ກັນ​ດີ​ກໍ​ຄື ມັນ​ບໍ່​ສະໜັບສະໜູນ Adobe Flash ຊຶ່ງ​ເປັນ​ມາດຕະຖານ​ເທິງ​ອິນ​ເຕີເນັດ ໃນ​ຂະນະ​ທີ່ Google TV ຈະ​ມາ​ພ້ອມ​ກັບ Adobe Flash 10.1 ແລະ​ສາມາດ​ຫລິ້ນ​ເວັບ​ໄຊຕ໌​ວິ​ດີ​ໂອ​ດັ່ງ​ໆ ຢ່າງ Hulu ເທິງ​ທໍລະທັດໄດ້​ຢ່າງ​ສົມບູນ​ແບບ

ຂໍ້​ມູນ​ຈາກ: thespacelab, Arip

ລອງອ່ານກ່ຽວກັບ  ປ່ຽນ​ແບກ​ກຼາວ Google ໄດ້​ແລ້ວ!

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.