ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iPed ໄອ​ແພດ”ໂຄນ”ຈາກ​ຈີນ​ມາ​ເເລ້ວ

Gadget, ແທັບເລັດ

ໃນ​ຂະນະ​ທີ່​ໄອ​ແພດ (iPad) ໄດ້​ເລີ່ມ​ວາ​ງຕະຫລາດ​ໃນ​ຍີ່​ປຸ່ນ ລາຍ​ງານ​ຂ່າວ​ທາງ​ທໍລະທັດໃນ​ຈີນ​ກໍ​ໄດ້​ມີ​ການ​ເປີດ​ເຜີຍ​ແກັດ​ເຈັດ​ໃໝ່​ລ່າ​ສຸດ​ທີ່​ມີ​ຊື່​ວ່າ ໄອ​ເພດ (iPed) ຊຶ່ງ​ທັງ​ກ່ອງ​ທີ່​ໃສ່​ແລະ​ຂອງ​ທີ່​ຢູ່​ຂ້າງ​ໃນ​ທີ່​ເຫັນ ຊ່າງ​ລະ​ມ້າຍ​ຄ້າຍ​ຄຶກັນ​ເຫລືອ​ເກີນ

TBS News ໃນ​ຍີ່​ປຸ່ນ​ລາຍ​ງານ​ວ່າ iPed ແທັບ​ເລັດ​ພີ​ຊີ​ລຸ້ນ​ໃໝ່​ໄດ້​ເລີ່ມ​ວາງ​ຈຳ​ໜ່າຍ​ທີ່​ເສີນ​ເຈີ້ນ (Shenzhen) ໃນ​ປະເທດ​ຈີນ​ແລ້ວ ຊຶ່ງ​ເປັນ​ເມືອງ​ທີ່​ເປັນ​ທີ່​ຕັ້ງ​ຂອງ Foxconn ໂລງ​ງານ​ຜະລິດ​ໄອ​ໂຟນ ແລະ​ໄອ​ແພດ​ຂອງ​ແອບ​ເປີ້ນ (Apple) ທັງ​ນີ້ iPed ຈະ​ມາ​ພ້ອມ​ກັບ​ແພກ​ເກດ​ທີ່​ຄື iPad ຫລາຍ​ໆ ເວົ້າ​ໄດ້​ວ່າ ຜູ້​ບໍລິ​ໂພກ​ອາດຈະ​ເຜີ​ຈັບ​ຜິດອັນ​ໄດ້​ຢ່າງ​ງ່າຍ​ດາຍ

ຢ່າງໃດ​ກໍ​ຕາມ iPed ຈະ​ມີ​ນ້ຳ​ໜັກ​ທີ່​ຫລາຍກວ່າ iPad ແລະ​ເຮັດວຽກ​ໂດຍ​ໃຊ້​ຊິບ Intel ໂດຍ​ລະບົບ​ປະຕິບັດການ​ທີ່​ໃຊ້​ໃນ​ເຄື່ອງ​ຈະ​ເປັນ Android ຂອງ Google ສ່ວນ​ຟັງຊັນ​ການເຮັດວຽກ​ຈະ​ຄ້າຍ​ຄືກັບ iPad ໂດຍ​ມັນ​ເປັນ​ມັນ​ຕິ​ມີ​ເດຍ​ແທັບ​ເລັດ​ຄືກັນ ສ່ວນລາ​ຄາ​ຂອງ iPed ຢູ່​ທີ່ 105 ຫລຽນຯ  ໃນ​ຂະນະ​ທີ່ iPad ຈະ​ມີ​ລາ​ຄາ​ໃນ​ຍີ່​ປຸ່ນ​ທີ່ 536 ຫລຽນຯ  ຜູ້​ລາຍ​ງານ​ຂ່າວ​ທໍລະທັດໃນ​ຍີ່​ປຸ່ນ​ຕັ້ງ​ຂໍ້​ສັງເກດ​ວ່າ ຈີນ​ກັອບ​ປີ້ ipad ໄດ້​ໄວ​ຫລາຍ

ລອງອ່ານກ່ຽວກັບ  ໄອ​ເດຍ​ແປກໆ USB flash drive ເປັນແທ່ງ​ຄອນ​ກີດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.