ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຄູ່ເເຂ່ງ iPad ຈາກຟັ່ງພີຊີມາອີກເເລ້ວ

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ​ຈາກ​ເວັບ​ໄຊຕ໌ digitimes ໄດ້​ລະ​ບຸ​ວ່າ Jerry Shen ປະ​ທານ​ບໍລິສັດ Asustek ກ່າວ​ຢືນຢັນ​ການ​ເປີດ​ຕົວ EeePad ແທັບ​ເລັດ​ພີ​ຊີ​ຂອງ​ທາງ​ບໍລິສັດ ເພື່ອ​ຊ່ວງ​ຊິງ ສ່ວນ​ແບງຕະຫ​ລາດ​ຈາກ​ໄອ​ແພດ (iPad) ໃນ​ງານ Computex 2010 ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມິ​ຖຸ​ນານີ້

ໃນ​ລາຍ​ງານ​ຂ່າວ​ຍັງ​ເປີດ​ເຜີຍ​ຊັດເຈນ​ວ່າ ASUS​ ຕັ້ງ​ໃຈ​ເປີດ​ຕະ​ຫລາດ​ແທັບ​ເລັດ ເພື່ອ​ຊົນ​ກັບ​ໄອ​ແພດ​ຂອງ​ແອບ​ເປີ້ນ​ໂດຍ​ສະເພາະ ໂດຍ​ບໍ່​ພຽງ​ແຕ່​ຈະ​ອອກ​ແບບ​ແທັບ​ເລັດ​ໃຫ້​ມີ​ຄວາມ​ໜ້າ​ໃຊ້​ງານ​ເທົ່າ​ນັ້ນ​ແຕ່​ຍັງ​ເລືອກ​ໃຊ້ ລະບົບ​ປະຕິບັດການ​ທີ່​ກຳ​ລັງ​ມາ​ແຮງ ແລະ​ເປັນ​ຄູ່​ແຂ່ງ​ໂດຍ​ກົງ​ກັບ​ແອບ​ເປີ້ນ​ຢ່າງ Android ຂອງ Google ອີກ​ດ້ວຍ

ສໍາລັບ​ຄຸນສົມບັດ​ຂອງ EeePad ຈະ​ເປັນ​ການ​ຕອກ​ຍໍ້າສິ່ງ​ທີ່ iPad ບໍ່​ມີ ບໍ່​ວ່າ​ຈະ​ເປັນ​ພອດ USB ເວັບ​ແຄມ ແລະ​ກໍ​ການ​ສະໜັບສະໜູນ Adobe Flash ໃນ​ສ່ວນ​ຂອງ​ຄຸນສົມບັດ​ຮາດເເວ​ພາຍ​ໃນ​ເຄື່ອງ EeePad ຈະ​ໃຊ້​ແພດ​ຟອລ໌​ມໂມ​ບາຍ Tegra ຂອງ Nvidia ທີ່​ມີ​ຈຸດ​ແຂງ​ໃນ​ເລື່ອງ​ການ​ສະແດງ​ຜົນ​ກາ​ບຟິກ ແລະ​ປະ​ຫຍັດ​ພະລັງ​ງານ ຢ່າງໃດ​ກໍ​ຕາມ Shen ຄາດ​ວ່າ ແທັບ​ເລັດ​ອາດຈະ​ກະທົບ​ຄວາມ​ຕ້ອງ​ການ​ຂອງຕະຫລາດ​ເນັດ​ບຸ໊​ກລຸດລົງ ​ປະ​ມານ 10-20% ສ່ວນ​ລາ​ຄາ​ຂອງ EeePad ຈະ​ຢູ່​ລະຫວ່າງ $479 – $510 ໂດຍ​ຈະ​ວາ​ງຕະຫ​ລາດ​ໃນ​ເດືອ​ນກໍລະກົດ​ນີ້ (ຂ້າງ​ລຸມ​ເປັນ​ຕົວ​ຢ່າງ​ອິນ​ເຕີລ໌​ເຟ​ຊະ​ຂອງ​ແທັບ​ເລັດ​ພີ​ຊີ​ລຸ້ນ​ກ່ອນ​ໜ້າ​ນີ້)

Credit:arip.co.th

ລອງອ່ານກ່ຽວກັບ  redsn0w ສຳລັບ Jailbreak iOS 4.3.1 ມາແລ້ວ ແຕ່ບໍ່ຮອງຮັບ iPad 2

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.