ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ແອບຯ Android ຂະຫຍາຍໂຕເກືອບ 50,000 ຕົວເເລ້ວ

ຂ່າວໄອທີ

ເຖິງວ່າ ກູ​ເກີ້ນ (Google) ຈະ​ບໍ່​ເຄີຍ​ອອກ​ມາ​ເປີດ​ເຜີຍ​ເຖິງ​ຈຳນວນ​ແອບ​ພິ​ເຄ​ຊັນ​ທີ່​ມີ​ຢູ່ໃນ Android Marketplace ແຕ່​ຈາ​ກສະ​ຖິ​ຕິ​ທີ່​ລວບລວມ​ໂດຍ​ເວັບ​ໄຊຕ໌ AndroLib.com ຊຶ່ງ​ເຮັດ​ຫນ້າທີ່​ອັບ​ເດດ​ໄດ​ເລັກ​ທໍ​ລີ່ Android app ໄດ້​ລາຍ​ງານ​ວ່າ ປະຈຸບັນ​ມີ​ແອບ​ພິ​ເຄ​ຊັນ​ທີ່​ໃຊ້​ງານ​ໄດ້​ຢ່າງ​ສົມບູນ​ໄວ້​ ​ໃຫ້​ບໍລິການ​ເກືອບ 50,000 ຕົວ​ແລ້ວ

ຢ່າງໃດ​ກໍ​ຕາມ ຍອດ​ຈໍານວນ​ແອບຯ​ທີ່​ມີ​ໃຫ້​ບໍລິການ​ກໍ​ຍັງ​ຖື​ວ່າ​ຫ່າງ​ຈາກ App Store ຂອງ Apple ຫລາຍ​ຊ່ວງ​ຕົວ​ ໂດຍ​ລ່າ​ສຸດ​ມີ​ລາຍ​ງານ​ວ່າ ແອບຯ​ເທິງ iPhone ທີ່​ມີ​ໃຫ້​ບໍລິການ​ທັງ​ສິ້ນ​ຫລາຍກວ່າ 185,000 ແອບຯ​ເຂົ້າໄປ​ແລ້ວ ແຕ່​ດ້ວຍ​ອັດຕາ​ການ​ເຕີບໂຕ​ທີ່​ວ່ອງໄວ​ຂອງ Androd app ທີ​ເພີ່ມ​ຂຶ້ນ 2 ເທົ່າ​ນັບ​ຈາກ​ຕົ້ນ​ປີ 2010 ຊຶ່ງຫາກ​ອັດຕາ​ການ​ເຕີບໂຕ​ຍັງ​ຄົງ​ເປັນ​ເຊັ່ນ​ນີ້​ຕໍ່ໄປ​ເລື່ອຍ​ໆ ບໍ່​ແນ່​ຄືກັນ​ວ່າ Android app ອາດຈະ​ໄລ່​ຕາມ​ທັນ Apple ກໍ​ໄດ້

ສະ​ຖິ​ຕິ​ປະຈໍາ​ເດືອນ​ນີ້ ມີ​ແອບຯ​ເພີ່ມ​ຂຶ້ນ​ມາ​ໃນ Android Market ເກືອບ 9,000 ຕົວ ຊຶ່ງ​ຫລາຍກວ່າ​ໃນ​ເດືອນ​ມີ​ນາ​ທີ່​ມີ​ຍອດ 8.636 ແອບຯ ທັງ​ນີ້​ຫາກ​ເບິງຍ້ອນ​ກັບ​ໄປ​ຕອນ​ຕົ້ນ​ປີ​ໃນ​ເດືອ​ນມັງກອນ​ທີ່​ມີ​ແອບຯ​ໃໝ່​ເຂົ້າ​ມາ​ໃນ​ໄຊ໌​ພຽງ 4,445 ຕົວ​ເທົ່າ​ນັ້ນ ຈະ​ເຫັນ​ໄດ້​ວ່າ ອັດຕາ​ການ​ເຕີບໂຕ​ຄ່ອນ​ຂ້າງ​ໜ້າ​ສົນ​ໃຈ​ຫລາຍ​ທີ​ດຽວ ຊຶ່ງ​ງານ​ນີ້ Apple ຕ້ອງ​ຮູ້ສຶກ​ໜາວໆ ຮ້ອນ​ໆ ຕໍ່​ປາກົດ​ການຂອງ Android ທີ່​ກໍາ​ລັງ​ມາ​ແຮງ​ຢ່າງ​ແນ່ນອນ

Credit:arip.co.th

ລອງອ່ານກ່ຽວກັບ  Jailbreak iPhone 4 ຜ່ານບຼາວເຊີລ໌ Safari ແບບງ່າຍໆ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.