ເລື່ອງລາວຂອງ TECH, STARTUP, ແລະ DIGITAL

YouTube ເວີຊັ່ນໃຫມ່ສຳລັບ iOS ແລະ Android

Android Apps, iOS Apps, ຂ່າວດ່ວນ

 

ຫຼ້າສຸດທາງ YouTube  ໄດ້ອອກແອັບຯສຳລັບອຸປະກອນພົກພາເວີຊັ່ນໃຫມ່ ເຊິ່ງມີຄວາມສາມາດທີ່ໜ້າສົນໃຈ ແລະອາດຈະເປັນທີ່ຮຽກຮ້ອງຂອງຜູ້ທີ່ໃຊ້ແອັບຯ YouTube ເປັນປະຈຳເລີຍກໍ່ວ່າໄດ້.

YouTube ເວີຊັ່ນໃຫມ່ນີ້ເປັນເວີຊັ່ນທີ 2 ສຳລັບ iOS ແລະເວີຊັ່ນທີ 5 ສຳລັບແອນດຼອຍ. ຄວາມສາມາດຫຼັກໆທີ່ໜ້າສົນໃຈທີ່ສຸດໃນ YouTube ເວີຊັ່ນໃຫມ່ນີ້ກໍ່ຄື

– ໃນເວລາທີ່ທ່ານຄົ້ນຫາວິດີໂອ ທ່ານຈະຍັງສາມາດເບິ່ງວິດີໂອຕໍ່ໄປໄດ້.

– ທ່ານສາມາດຄົ້ນຫາ Playlist ແລະ ໃຊ້ປຸ່ມ Play all ເພື່ອໃຫ້ແອັບຯ YouTube ເປີດວິດີໂອໃນ Playlist ນັ້ນໄປເລື້ອຍໆ (ຄວາມສາມາດນີ້ເໝາະສົມກັບຄົນທີ່ມັກຟັງເພງໃນ Youtube)

YouTube for iPhone 3GS  iPhone 4  iPhone 4S  iPhone 5  iPod touch  3rd generation   iPod touch  4th generation   iPod touch  5th generation  and iPad on the iTunes App Store

ນອກນັ້ນແລ້ວແອັບຯ YouTube ຍັງໄດ້ມີການປັບປຸງໜ້າຕາ ແລະປະສິດທິພາບໃນສ່ວນຕ່າງໆໃຫ້ດີຂຶ້ນ-ລວມທັງໄດ້ປ່ຽນຮູບໄອຄອນອີກດ້ວຍ. ສຳລັບທ່ານໃດທີ່ມັກໃຊ້ແອັບຯ YouTube ໃນໂທລະສັບ ຫຼືແທັບເລັດກໍ່ສາມາດເຂົ້າໄປອັບເດດ ຫຼື ດາວໂຫລດໄດ້ແລ້ວທີ່ AppStore ຫຼື Google Play.

 

ລອງອ່ານກ່ຽວກັບ  YouTube ເລີ່ມເປີດໃຫ້ເຊົ່າຫນັງເເລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.