ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ອອກແອັບຯ Youtube ສຳລັບ iOS ຢ່າງເປັນທາງການແລ້ວ

iOS Apps, ຂ່າວໄອທີ

ຫຼັງຈາກທີ່ Apple ຍົກເລີກການພັດທະນາແອັບຯ Youtube ໃຫ້ກັບຜະລິດຕະພັນ iOS ຂອງຕົນເອງໄປທີ່ຮຽບຮ້ອຍແລ້ວ, ທາງ Google ກໍ່ໄດ້ສືບຕໍ່ພັດທະນາແອັບ Youtube ຂອງຕົນເອງເພື່ອສະໜັບສະໜຸນການໃຊ້ງານ  Youtube ຂອງຜູ່ໃຊ້ iOS ຕໍ່ໄປທັນທີ. ໂດຍຫຼ້າສຸດທາງ Google ໄດ້ປ່ອຍແອັບຯ Youtube ສຳລັບ iOS ຂື່ນໄປຍັງ App Store ຂອງ Apple ເປັນທີ່ຮຽບຮ້ອຍແລ້ວ.

ປະຈຸບັນຜູ່ໃຊ້ສາມາດເຂົ້າໄປດາວໂຫລດ Youtube ສຳລັບ iOS ມາໃຊ້ໄດ້ແລ້ວຈາກ App Store. ໂດຍໜ້າຕາຂອງແອັບຯດັ່ງກ່າວກໍ່ຈະເປັນຕາມຮູບຂ້າງເທິງນີ້, ຫຼັງຈາກທີ່ໃຊ້ແລ້ວ ຜູ່ຂຽນຮູ້ສຶກວ່າມັນໄວ ແລະ ໃຊ້ງານງ່າຍກວ່າ Youtube ທີ່ມາກັບ iOS ຫຼາຍ. ຢ່າງໃດກໍ່ຕາມ, ເຖິງເວລາທີ່ iOS 6 ອອກມາໃຫ້ຜູ່ໃຊ້ໄດ້ອັບເດດກັນແລ້ວ ແອັບຯ Youtube ທີ່ມາກັບລະບົບປະຕິບັດການຂອງ  iOS ຈະບໍ່ມີໃຫ້ໃຊ້ອີກຕໍ່ໄປ ແລະ ຜູ່ໃຊ້ຈະຕ້ອງໄປຫາດາວໂຫລດເອງໃນ App Store ຂອງ Apple ເຊິ່ງ Google ກໍ່ເຮັດອອກມາຕຽມຮອງຮັບໄວ້ແລ້ວ. ນັບຖື Google ແທ້ໆ

ດາວໂຫລດ – http://itunes.apple.com/app/youtube/id544007664

ລອງອ່ານກ່ຽວກັບ  Bill Gates ບອກວ່າອີກ 5ປິ ຄົນຈະໃຊ້ເນັດ ແທນການໄປມະຫາວິທະຍາໄລ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.