ເລື່ອງລາວຂອງ TECH, STARTUP, ແລະ DIGITAL

MWC 2012: Samsung ເປີດໂຕແທັບເລັດ Galaxy Note 10.1

ຂ່າວໄອທີ, ແທັບເລັດ

ໃນງານ MWC 2012 ທາງ Samsung ກໍ່ບໍ່ນ້ອຍຫນ້າ, ນຳເອົາແທັບເລັດຂອງຕົນເອງໄປປະກາດເປີດໂຕ ເຊິ່ງໄດ້ຊື່ລຸ້ນວ່າ Galaxy Note 10.1. ສຳລັບ Galaxy Note 10.1 ຈະເປັນແທັບເລັດທີ່ຫນ້າຕາຄ້າຍໆກັບ Galaxy Tab. ແຕ່ລຸ້ນ Galaxy Note 10.1 ຈະເປັນອີກຫນຶ່ງຕະກຸນ (ທີ່ເຮັດອອກມາໃຫ້ສັບສົນ) ທີ່ມາກັບສະເປັກທີ່ສູງພໍສົມຄວນ ຄືມັນຈະມາກັບຫນ້າຈໍ 10.1ນິ້ວ ທີ່ເປັນຈໍ WXGA 1280 x 800, CPU ຄວາມໄວ 1.4GHz ເປັນ dual-core, ມີ Ram ຂະຫນາດ 1GB, ມີກ້ອງຫນ້າ 2ລ້ານພິກເຊວ ແລະ ກ້ອງຫລັງ 3ລ້ານພິກເຊວ, ມີຂະຫນາດຄວາມຈຳໃນໂຕເຄື່ອງໃຫ້ເລືອກຕັ້ງແຕ່ 16GB, 32GB ແລະ 64GB ພ້ອມນັ້ນ ເປັນທີ່ແນ່ນອນກໍ່ຄື ມັນຈະມາກັບ Android 4.0

ຢ່າງໃດກໍ່ຕາມ, ລາຄາ ແລະ ກຳນົດວາງຂາຍຍັງບໍ່ທັນອອກມາຢ່າງເປັນທາງການ, ຫາກມີການອັບເດດແນວໃດ, ທາງຜູ້ຂຽນຈະນຳມາອັບເດດທັນທີ.

ທີ່ມາ – Engadget

ລອງອ່ານກ່ຽວກັບ  ເຜີຍ iPhone4 ມີ​ແລມ​ມາ​ໃຫ້ 512MB ຫລາຍກວ່າ iPad ແລะ3GS

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.