ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເຜີຍ iPhone4 ມີ​ແລມ​ມາ​ໃຫ້ 512MB ຫລາຍກວ່າ iPad ແລะ3GS

ຂ່າວໄອທີ

ເຖິງວ່າ​ແອບ​ເປີນ​ບໍ່​ໄດ້​ໃຫ້​ຂໍ້​ມູນ​ກ່ຽວກັບ​ສະ​ເປັກ​ຂອງ iPhone4 ຫລາຍ​ໄປ​ກວ່າ​ການ​ບອກວ່າ​ປ່ຽນ​ມາ​ໃຊ້​ຊິບ Apple A4 ແລ້ວ ລ່າ​ສຸດ MacRumors ໄດ້​ອອກ​ມາ​ຢືນຢັນ​ວ່າ​ແອບ​ເປີນ​ໄດ້​ໃສ່​ແລມ 512MB ລົງ​ໄປ​ໃນ iPhone4 ຫລາຍກວ່າ​ແລມ​ທີ່​ມີ​ຢູ່ໃນ​ເຄື່ອງ iPad ລຸ້ນ​ທີ່​ຂາຍ​ຢູ່​ທຸກ​ມື້​ນີ້​ແລະ iPhone 3GS ໜຶ່ງ​ເທົ່າ​ຕົວ (256MB) ຕອນ​ນີ້​ເລີຍ​ເຫລືອ​ຂໍ້​ມູນ​ອີກ​ຢ່າງ​ດຽວ​ທີ່​ຍັງ​ບໍ່​ມີ​ໃຜ​ຕອບ​ໄດ້ ກໍ​ຄື​ຄວາມ​ໄວ​ໂມງ​ຂອງ​ຊິບ Apple A4 ທີ່​ແອບ​ເປີນ​ໄດ້​ເອົາ​ມາ​ໃຊ້​ໃນ iPhone4 ນີ້ ວ່າ​ມີ​ຄວາມ​ໄວ​ຕາ​ມສະ​ເປັກ​ຂອງ​ມັນ ຫລື​ຖືກ Underclock ໄວ້​ເພື່ອ​ການ​ປະ​ຫຍັດ​ການ​ໃຊ້​ພະລັງ​ງານ​ຂອງ​ເຄື່ອງ ຫລື​ວ່າ​ຈະ​ເປັນ Apple A4 ອີກ​ລຸ້ນ​ທີ່​ມີ​ຄວາມ​ໄວ​ໂມງ​ທີ່​ຕ່ຳ​ກວ່າ​ລຸ້ນ​ສຳລັບ iPad

ທີ່​ມາ –Engadget, blognone

ລອງອ່ານກ່ຽວກັບ  Samsung ແຈກ Galaxy S ໃຫ້ກັບຄົນທີ່ບໍ່ພໍໃຈ iPhone 4

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.