ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Lenovo ເປີດໂຕ IdeaTV K91 ໂທລະທັດຫນ້າຈໍ 55ນິ້ວ ມາພ້ອມ ICS

ຂ່າວໄອທີ

ໃນງານ​ CES 2012 ທາງ Lenovo ກໍ່ໄດ້ມີການເປີດໂຕຜະລິດຕະພັນໄປຫລາຍຢ່າງ, ແຕ່ຫນຶ່ງໃນນັ້ນກໍ່ມີໂທລະທັດ ຫລື Smart TV, ເຊິ່ງໂທລະທັດຈາກທາງ Lenovo ລຸ້ນນີ້ມີຊື່ວ່າ  IdeaTV K91. ໃນ​ IdeaTV K91 ຈະມາກັບລະບົບປະຕິບັດການ Android 4.0 ICS ແລະ ຍັງເປັນໂທລະທັດເຄື່ອງທຳອິດອີກດ້ວຍທີ່ໃຊ້ລະບົບປະຕິບັດການ Android 4.0

ນອກນັ້ນແລ້ວ IdeaTV K91 ຍັງມີຫຍັງທີ່ຫນ້າສົນໃຈເຊັ່ນ: ໃຊ້ CPU Dual-core  Snapdragon ຄວາມໄວ 1.5GHz, ມີ Ram ຂະຫນາດ 1GB, ຄວາມຈຳໃນໂຕເຄື່ອງ 8GB, ຮອງຮັບ SD Card, ມີ Wifi 802.11b/g/n, ພອດ Lan 10M/100M, ພອດ HDMI ແລະ USB 2.0 ອີກດ້ວຍ.

ເຫັນແລ້ວຫນ້າສົນໃຈກັບຂະຫນາດຫນ້າຈໍ, ແລະ ຄວາມທີ່ເປັນ Android. ແຕ່ເຖິງຢ່າງໃດກໍ່ຕາມ ຕອນນີ້ສຳລັບໂທລະທັດລຸ້ນດັ່ງກ່າວ ຍັງບໍ່ມີການປະກາດລາຄາ ຫລື ກຳນົດການວາງຂາຍເທຶ່ອ, ຫາກມີອອກມາມື້ໃດ ທາງເວັບໄຊຕ໌ຈະຮີບນຳມາສະເຫນີທັນທີ.

(ສາມາດເບິງຕົວຢ່າງການທົດລອງໃຊ້ງານໄດ້ທີ່ Engadget (1) ສຳລັບຮູບພາບເພີ່ມເຕີມ Engadget (2))

ທີ່ມາ – Engadget

ລອງອ່ານກ່ຽວກັບ  VGA ກຳລັງຈະຕາຍ ພາຍໃນອີກ 4ປີ ທາງຫນ້ານີ້ (2015)

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to khanthavy Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.