ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Acer ເປີດໂຕແທັບເລັດ ICONIA Tab A700 ມາພ້ອມ CPU Quad-core

ຂ່າວໄອທີ, ແທັບເລັດ

ລາຍງານຫລ້າສຸດ, ໃນງານ CES 2012 ທາງ Acer ກໍ່ໄດ້ເປີດໂຕແທັບເລັດຂະຫນາດຫນ້າຈໍ 10.1 ນິ້ວ ລຸ້ນໃຫມ່ ເຊິ່ງມີຊື່ລຸ້ນວ່າ ICONIA Tab  A700, ສຳລັບ A700 ນີ້ຈະມາພ້ອມກັບ CPU Quad-core Tegra 3 ທີ່ມີຄວາມໄວ 1.3GHz (ຈະແຮງໄປໃສ) ມີຫນ່ວຍຄວາມຈຳ ຫລື Ram ຂະຫນາດ 1GB, ຫນ້າຈໍ 10.1ນິ້ວ ເປັນຈໍ IPS ຄວາມລະອຽດ 1080p. ນອກນັ້ນແລ້ວ ໃນຕົວເຄື່ອງຍັງຈະມາກັບພອດ Mini-HDMI, Micro-USB, ຊ່ອງໃສ່ Micro SD card. ໃນສ່ວນຂອງລະບົບປະຕິບັດການແມ່ນຈະມາກັບ Android 4.0.1 ICS ທີ່ປັບແຕ່ງຫນ້າຕາເປັນເວີຊັ່ນຂອງ Acer ທີ່ມາພ້ອມກັບ ເມນູລັດໃນຫນ້າປົດລັອກອີກດ້ວຍ.

ຢ່າງໃດກໍ່ຕາມ, ກຳນົດການວາງຂາຍ ແລະ ລາຍລະອຽດຫລາຍກວ່ານີ້ຍັງບໍ່ມີອອກມາເທຶ່ອ, ແຕ່ຜູ້ຂຽນຄາດໄວ້ວ່າ ອຸປະກອນທີ່ອອກມານຳສະເຫນີໃນງານ CES ກໍ່ຫນ້າຈະອອກວາງຂາຍໃນຊ່ວງກາງປີເຖິງທ້າຍປີ.

(ສຳລັບວິດີໂອການໃຊ້ງານຕົວຢ່າງ ແລະ ຮູບພາບເພີ່ມເຕີມ ຕິດຕາມຕໍ່ຈາກທີ່ມາຂອງຂ່າວ)

ທີ່ມາ – Engadget (1)

ລອງອ່ານກ່ຽວກັບ  Google ກຳລັງອັບເດດ Android Market ໂສມໃຫມ່ ໃນໂທສັບມືຖື Android

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.