ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ປ່ອຍ GarageBand ສຳລັບ iPhone ແລະ iPod touch ແລ້ວ

ຂ່າວໄອທີ

GarageBand ເປັນໂປຼແກຼມ ຫລື ແອັບຯສຳລັງນັກດົນຕີ ທີ່ໃຊ້ໄດ້ຕັ້ງແຕ່ລະດັບມືສະຫມັກຫລິ້ນ ໄປຈົນເຖິງມືອາຊີບ ໃຫ້ສາມາດແຕ່ງສຽງດົນຕີໄດ້ຈາກ iPad ຫລື ເຄືອງ Mac. ໂດຍ GarageBand  ຈະສາມາດສ້າງ ຫລື ບັນທຶກສຽງຕ່າງໆຈາກກອງ, ເບດ, ກິຕ່າ, ຄີບອດ, ລວມເຖິງການນຳເຂົ້າມາປະສົມປະສານກັນ ໃຫ້ເປັນດົນຕີປະກອບເພງ ແລະ ອື່ນໆໄດ້.

ໂດຍ GarageBand ເລີ່ມອອກມາໃຫ້ຜູ້ໃຊ້ໃນ iOS ໄດ້ເຫັນແລະໃຊ້ງານກັນໃນ iPad ມາແລ້ວ ຕັ້ງແຕ່ iPad 2 ອອກມາ. ຫລັງຈາກທີ່ນັ້ນກໍ່ມີການຮຽກຮ້ອງຕ່າງໆນາໆຈາກຜູ້ໃຊ້ ວ່າຢາກໄດ້ GarageBand  ໃນ iPhone ຫລື iPod touch. ແລະ ຫລ້າສຸດ Apple ກໍ່ໄດ້ອອກ GarageBand  ໃຫ້ຮອງຮັບ iPhone ແລະ iPod touch ຢ່າງເປັນທາງການເປັນທີ່ຮຽບຮ້ອຍແລ້ວ. ສຳລັບລາຄາຂອງແອັບຯນີ້ຢູ່ທີ່ $4.99 ເທົ່ານັ້ນ.

ສຳລັບໃຜສົນໃຈສາມາດເຂົ້າໄປດາວໂຫລດໄດ້ທີ່ http://itunes.apple.com/us/app/garageband/id408709785?mt=8

 

ທີ່ມາ – Apple

ລອງອ່ານກ່ຽວກັບ  iPhone 4 ສະມາດ​ໂຟນ​ ເຊຶ້ອສາຍ “ເກົາ​ຫລີ” ຈິງເເທ້ສ່ຳໃດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.