ເລື່ອງລາວຂອງ TECH, STARTUP, ແລະ DIGITAL

HP Touchpad ມີລາຄາຂຶ້ນມາ ເມຶ່ອຕິດຕັ້ງລະບົບປະຕິບັດການ Android ລົງໄປ

ຂ່າວໄອທີ, ແທັບເລັດ

ກ່ອນຫນ້ານີ້ມີຂ່າວ HP ຢຸດການພັດທະນາລະບົບປະຕິບັດການ WebOS ໄປ, ແລະກໍ່ໄດ້ມີການເທຂາຍ TouchPad ທີ່ຄ້າງສະຕ໊ອກໃນລາຄາ $99 ສຳລັບລຸ້ນ 16GB. ຕໍ່ຈາກນັ້ນກໍ່ມີຜູ້ໃຊ້ລາຍຫນຶ່ງ ເຮັດວິດີໂອອອກມາວ່າ ໄດ້ຮັບ TouchPad ທີ່ມາກັບລະບົບປະຕິບັດການ​ Android 2.2, ເຊິ່ງທາງຜູ້ໃຊ້ລາຍນັ້ນກໍ່ບໍ່ຮູ້ວ່າ Android ມັນມາກັບ TouchPad ຂອງຕົນເອງໄດ້ແນວໃດ.

ແຕ່ຫລ້າສຸດ ທາງຜູ້ໃຊ້ລາຍນັ້ນໄດ້ເປີດໃຫ້ປະມູນ TouchPad ເຄື່ອງນັ້ນແລ້ວ ໃນ eBay, ເຊິ່ງເປັນ TouchPad 32GB ທີ່ລັນລະບົບປະຕິບັດການ Android ແລະ ຕອນນີ້ກໍ່ມີລາຄາສູງເກືອບເຖິງ $1,000 ແລ້ວ(ແພງກວ່າ ຕອນທີ່ HP ເລີມຂາຍເປັນສອງເທົ່າ). ແຕ່ຢ່າງໃດກໍ່ຕາມ, ໃນປະຈຸບັນກໍ່ມີນັກພັດທະນາ ຫລາຍກຸ່ມທີ່ປະກາດວ່າ ຈະພອດ Android ລົງໄປໃນ HP TouchPad ໂດຍສະເພາະການຮວມໂຕຂອງນັກພັດທະນາ ແລະ ເອີ້ນໂປຼເຈັກນີ້ວ່າ TouchDroid ແລະ ກໍ່ເຮັດໃຫ້ເປັນທີ່ຈັບຕາເບິງແບບໃກ້ສິດ ແລະ ມີຄວາມຫວັງຂອງຜູ້ທີ່ແຮ່ກັນໄປຊື້ TouchPad ເພາະຫວັງວ່າ ມື້ຫນຶ່ງຈະມີຄົນພອດ Android ມາລົງໃນ TouchPad. ເຊິງຫາກເປັນໄປໄດ້ TouchPad ກໍ່ຈະກາຍເປັນ Android ແທັບເລັດທີ່ມີລາຄາຖືກ ແລະ ແຖມຍັງໃຊ້ CPU ເປັນ Snapdragon Dual core ອີກດ້ວຍ.

ໃນຄວາມເຫັນສ່ວນໂຕຂອງຜູ້ຂຽນແລ້ວ ມັນຫນ້າສົນໃຈຫລາຍ ຫາກ Android ພອດລົງໄປໃນ TouchPad ໄດ້ ແລະສົມບູນ. ເຊິ່ງໃນສ່ວນ TouchPad ທີ່ນຳມາປະມູນຂາຍໃນ eBay ຕອນນີ້, ຜູ້ຂຽນເອງສັງເກດເຫັນວ່າ ມັນຫນ້າຈະເປັນ Android 2.2 ທີ່ຍັງບໍ່ໄດ້ປັບແຕ່ງ ເພາະຫນ້າຕາຈະຄືກັບໂຕທີ່ລັນໃນ Android Emulator ທີ່ມາກັບຊຸດ SDK.

ສາມາດເບິງໄດ້ຈາກວິດີໂອ TouchPad ເຄື່ອງທີລົງປະມູນໃນ eBay.

ທີ່ມາ – eBay

ລອງອ່ານກ່ຽວກັບ  Video ການໃຊ້ງານໂຕຈິງ ຂອງ​ Motorola Xoom ຈາກທາງ Engadget

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.