ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ARCHOS G9 – Honeycomb (Android 3.1) ແທັບເລັດ ລາຄາປະຢັດ

ຂ່າວໄອທີ, ແທັບເລັດ

ພໍດີຜ່ານໄປເຫັນແທັບເລັດຈາກ ARCHOS ທີ່ກຳລັງຈະເລີ່ມວາງຂາຍໃນເດືອນກັນຍານີ້ ເລີຍມາເລົ່າ ແລະ ແນະນຳໃຫ້ຜູ້ທີ່ກຳລັງຊອກຫາ Android ແທັບເລັດດີໆ ທີ່ມີລາຄາບໍ່ແພງ ທີ່ໃຊ້ລະບົບປະຕິບັດການ Android 3.0 ຂຶ້ນໄປ ຫລື Honeycomb ເລີຍຢາກແນະນຳ ARCHOS G9 Honeycomb (Android 3.1) ແທັບເລັດ ລາຄາປະຢັດລຸ້ນນີ້ໄປພິຈາລະນາເບິງ.

ARCHOS G9 ຈະແບງອອກເປັນສອງລຸ້ນຄື: ARCHOS 80 G9 ທີ່ມີຂະຫນາດຫນ້າຈໍ 8ນິ້ວ ແລະ ARCHOS 101 G9 ທີ່ມີຂະຫນາດຫນ້າຈໍ 10.1ນິ້ວ ຄືກັບ Honeycomb ແທັບເລັດຈາກຄ້າຍດັງທົ່ວໄປ. ໃນ ARCHOS G9 ທັງສອງລຸ້ນຈະມາກັບຫນ່ວຍປະມວນຜົນ ARM dual-core CORTEX A9 OMAP4 1.5 GHz ພ້ອມກັບມີໃຫ້ເລືອກຫນ່ວຍຄວາມຈຳໄດ້ສອງແບບຄື: Flash Storage 16GB ແລະແບບ HDD 250GB ເພຶ່ອເອົາໄປເບິງຫນັງ ແລະ ເກັບຂໍ້ມູນໃຫ້ສົມໃຈກັນເລີຍ, ພ້ອມນັ້ນ ກໍ່ຍັງມີກ້ອງຫນ້າ ທີ່ຮອງຮັບການຖ່າຍວິດີໂອຄວາມລະອຽດສູງ ເຖິງ 720p ແລະ ຍັງມີແບັດເຕີລີ່ທີ່ສາມາດເບິງຫນັງໄດ້ຕໍ່ເນື່ອງເຖິງ 7ຊົ່ວໂມງ, ຟັງເພງໄດ້ 36ຊົ່ວໂມງ ແລະໃຊ້ງານອິນເຕີເນັດໄດ້ຕໍ່ເນື່ອງເຖິງ 10ຊົ່ວໂມງເຊັ່ນກັນ.

ສຳລັບ ARCHOS G9 ທັງສອງລຸ້ນກໍ່ຈະມີນ້ຳຫນັກທີ່ຕ່າງກັນ, ເຊິ່ງ ARCHOS 80 G9 ລຸ້ນທີ່ໃຊ້ Flash Storage ຈະມີນ້ຳຫນັກພຽງ 465ກຼາມ ແລະ ລຸ້ນທີ່ໃຊ້ HDD ຈະມີນຳຫນັກເພີ່ມຂຶ້ນມາເປັນ 599ກຼາມ ພ້ອມກັບມີຄວາມຫນ້າເພີ່ມຂຶ້ນເລັກຫນ້ອຍ. ສຳລັບ ARCHOS 101 G9 ນັ້ນຈະມີນຳຫນັກ 649ກຼາມໃນແບບ Flash Storage ແລະ ແບບທີ່ໃຊ້ HDD ກໍ່ຈະຫນັກເພີ່ມຂຶ້ນເປັນ 755ກຼາມ.

ຢ່າງໃດກໍ່ຕາມ ທັງສອງລຸ້ນໃນຕະກຸນ ARCHOS G9 ຈະມີພອດ USB ທີ່ເປັນ Host ແລະ ເປັນ slave ເຊິ່ງຜູ້ໃຊ້ສາມາດເຊື່ອມຕໍ່ Flash Drive ຫລື ອຸປະກອນ USB ຕ່າງໆເຂົ້າໄປໄດ້. ນອກນັ້ນກໍ່ຍັງມີພອດ HDMI ທີ່ເອົາໄວ້ຕໍ່ອອກໄປໃສ່ຫນ້າຈໍພາຍນອກ ແລະ ມີຊ່ອງໃສ່ microSD Card ທີ່ຮອງຮັບ SDHC Card ໄດ້ອີກດ້ວຍ. ທາງດ້ານການເຊື່ອມຕໍ່ໄຮ້ສາຍກໍ່ຈະສາມາດເຊື່ອມຕໍ່ຜ່ານ WIFI ໄດ້ເຊິງຮອງຮັບ WiFi 802.11 b/g/n, ອີກທັງຍັງມີຕົວເລືອກທາງດ້ານ 3G ທີ່ຜູ້ໃຊ້ສາມາດຈ່າຍອີກປະມານ $50 ເພຶ່ອຊື້ ARCHOS G9 3G stick ເຊິ່ງຈະສາມາດໃສ່ເຂົ້າໄປໃນໂຕເຄື່ອງໄດ້ພໍດີ ໂດຍຈະເບິງຄືກັບວ່າມີ 3G ພາຍໃນໂຕ ພ້ອມກັບຍັງສາມາດທອດອອກມາໃຊ້ກັບຄອມພິວເຕີໄດ້ທັງ Mac ແລະ Windows ໄດ້ອີກດ້ວຍ.

ສະຫລຸບແລ້ວ ຫາກໃຜທີ່ກຳລັງຊອກຫາ Android ແທັບເລັດລາຄາທີ່ພໍຊື້ໄດ້ ແຕ່ມີປະສິດທິພາບສູງ ຜູ້ຂຽນເອງ ຂໍແນະນຳລຸ້ນນີ້ໄປເລີຍ ນອກຈາກລາຄາຈະຖືກແລ້ວ ຄວາມສາມາດຕ່າງໆກໍ່ບໍ່ຕ່າງຫຍັງກັບ Honeycomb ແທັບເລັດທີ່ແບນດັງຕ່າງໆໄດ້ອອກມາຂາຍສູ້ກັບ iPad. ສ່ວນລາຄາຂອງ ARCHOS G9 ນີ້ຈະເລີ່ມຕົ້ນທີ່ $279 ເທົ່ານັ້ນເຊິ່ງຄຸ້ມຄ່າກັບລະບົບປະຕິບັດການ Android Honeycomb 3.1 ຫລາຍທີ່ສຸດ.

ທີ່ມາ ແລະ ລາຍລະອຽດເພີ່ມເຕີມ – ARCHOS

ລອງອ່ານກ່ຽວກັບ  Adobe ຍືນຍັນທີ່ຈະຢຸດການພັດທະນາ Flash ເທິງອຸປະກອນພົກພາແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.