ເລື່ອງລາວຂອງ TECH, STARTUP, ແລະ DIGITAL

[Google I/O] Google ປະກາດສະຖິຕິຂອງ Android ແລະ Android 3.1

ຂ່າວໄອທີ

ເຊັ່ນເຄີຍຍັງຢູ່ໃນງານ Google I/O ແລະບົດຄວາມນີ້ຈະມາບອກກ່ຽວກັບສະຖິຕິຕ່າງໆຂອງລະບົບປະຕິບັດການ Android, ແຕ່ກ່ອນອື່ນຂໍບອກວ່າປະຈຸບັນ Google ປ່ອຍ Android 3.1 (ຍັງເປັນ Honeycomb ຢູ່) ໃຫ້ຜູ້ໃຊ້ Motorola Xoom ໄດ້ອັບເດດກັນກ່ອນແທັບເລັດໂຕອື່ນໆແລ້ວ, ເຊິ່ງຜູ້ໃຊ້ Motorola Xoom ສາມາດອັບເດດໄດ້ແລ້ວມື້ນີ້, ແຕ່ຕາມຂ່າວແມ່ນ ຜູ້ໃຊ້ Motorola Xoom ໃນອາເມລິກາ ທີ່ໃຊ້ກັບຜູ້ໃຫ້ບໍລິການ Verizon ເທົ່ານັ້ນ ແຕ່ຫາກໃຜທີ່ຢູ່ລາວແລ້ວໃຊ້ Motorola Xoom ແລ້ວໄດ້ອັບເດດ ກໍ່ມາບອກກັນແດ່ເດີ່. ສ່ວນລາຍລະອຽດຂອງູຄວາມສາມາດໃຫມ່ໆ ຫລື ລູກຫລິ້ນໃຫມ່ໆໃນ Android 3.1 ນີ້ ສາມາດເຂົ້າໄປເບິ່ງໄດ້ທີ່ Android Developer.

ນອກຈາກ Android 3.1 ແລ້ວ, ເຮົາກໍ່ມາເບິງສະຖິຕິ ຫລື ສະຖານະຂອງ Android ກັນວ່າປະຈຸບັນມັນຂະຫຍາຍໂຕໄປຮອດໃສແລ້ວ, ເຊິ່ງຕາມທີ່ Google ປະກາດອອກມາແມ່ນປະຈຸບັນມີຍອດການ Activate ຫລືການເປີດໃຊ້ອຸປະກອນ Android ຫລາຍກວ່າ 100ລ້ານ ພ້ອມກັບຍອດການເປີດໃຊ້ຕໍ່ມື້ຢູ່ທີ່ 400,000 ເຄື່ອງຕໍ່ມື້. ນອກນັ້ນ ຍອດຂອງ App ທັງຫມົດໃນ Android Market ທັງ App ຟຼີ ແລະ App ເສຍເງິນນັ້ນລວມກັນຢູ່ທີ່ 200,000 ກວ່າ App ແລະ ປະຈຸບັນກໍ່ມີຍອດການດາວໂຫລດທັງຫມົດຫລາຍກວ່າ 4.5ພັນລ້ານຄັ້ງໄປຮຽບຮ້ອຍແລ້ວ. ຖືວ່າເປັນໂຕເລກທີ່ຂະຫຍາຍໂຕຂຶ້ນໄວຫລາຍ ເພາະລະບົບປະຕິບັດການ Android ຫາກໍ່ເປີດໂຕມາໄດ້ພຽງ ສອງປີເຄິ່ງເທົ່ານັ້ນ, ແລະກໍ່ອາດຈະຍ້ອນມາຈາກການທີ່ເປັນລະບົບເປີດ ແລະ ມີການຜະລິດຈາກຫລາຍໆເຈົ້າ ຈຶ່ງເຮັດໃຫ້ຍອດການຂະຫຍາຍໂຕຂຶ້ນມາໄວຢ່າງທີ່ເຫັນ.

ທີ່ມາ – Google Blog

ລອງອ່ານກ່ຽວກັບ  Google ປ່ອຍ Android 5.0 Lollipop ໃຫ້ອັບເກຼດແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.