ເລື່ອງລາວຂອງ TECH, STARTUP, ແລະ DIGITAL

[Google I/O] Google ເປີດບໍລິການເຊົ່າຫນັງ ໃນ Android Market

ຂ່າວໄອທີ

ຂ່າວນີ້ຍັງຢູ່ໃນງານ Google I/O ແລະຜູ້ຂຽນກໍ່ສັງເກດເຫັນວ່າປີນີ້ທາງ Google ຈະລຸກເກມການບໍລິການອອນໄລນ໌ຢ່າງຫນັກ, ເພາະກ່ອນຫນ້ານີ້ກໍ່ເປີດໂຕ Google Music ລຸ້ນທົດສອບໄປແລ້ວ, ແລະບໍລິການອອນໄລນ໌ອັນຕໍ່ມາກໍ່ຄືເຊົ່າຫນັງອອນໄລນ໌ (ກ່ອນຫນ້ານີ້ບໍ່ດົນກໍ່ໄດ້ເປີດໃນ Youtube ແລ້ວ) ເຊິ່ງບໍລິການດັ່ງກ່າວແມ່ນເປີດໃນສ່ວນຂອງ Android market ເພຶ່ອໃຫ້ຜູ້ໃຊ້ສາມາດເຊົ່າຫນັງລາຄາຖືກ ທີ່ເລີ່ມຕົ້ນຕັ້ງແຕ່ $1.99 ຂຶ້ນໄປ.

ສຳລັບບໍລິການເຊົ່າຫນັງໃນ Android Market ນີ້ ແມ່ນຜູ້ໃຊ້ຈະສາມາດເຊົ່າຫນັງຕ່າງໆ ເພຶ່ອຮັບຊົມຜ່ານອຸປະກອນ Android ໄດ້ ບໍ່ວ່າຈະເປັນແທັບເລັດ ຫລື ໂທລະສັບ SmartPhone ຂອງ Android ເອງ, ແຕ່ສຳລັບການເຊົ່ານັ້ນສາມາດເຊົ່າຜ່ານເວັບບຼາວເຊີ່ໄດ້ເຊັ່ນກັນ ແລະ ກໍ່ມີຫນັງໃຫມ່ໆກຽມໃຫ້ບໍລິການແລ້ວໃນຕອນນີ້. ແຕ່ຫນ້າເສຍດາຍບໍລິການດັ່ງກ່າວຍັງມີບໍລິການພຽງແຕ່ໃນອາເມລິກາເທົ່ານັ້ນ, ແລະອຸປະກອນ Android ຕ້ອງເປັນ 2.2 ຂຶ້ນໄປ. ສ່ວນການສຳລະເງິນນັ້ນຕາມລາຍງານນັ່ນບໍ່ໄດ້ບອກລາຍລະອຽດ, ເຊິ່ງຫນ້າຈະຜ່ານ Google Checkout ແລະ ຜູ້ໃຫ້ບໍລິການ ເຊິ່ງຈະຄ້າຍຄືກັບການຊື້ App ໃນ Android Market.

ການເຂົ້າມາບຸກຕະຫລາດຫນັງ ແລະ ເພງ ຂອງ Google ນີ້ອາດຈະເຮັດໃຫ້ຍາດສ່ວນແບ່ງຈາກ iTunes Store ຂອງ Apple ກໍ່ໄດ້ ອັນເນື່ອງມາຈາກຍອດຜູ້ໃຊ້ຂອງລະບົບປະຕິບັດການ Android ແຕ່ສິ່ງທີ່ຢາກຕິອັນຫນຶ່ງກໍ່ຄື Google ບໍ່ເປີດກວ້າງບໍລິການໄປຍັງຫລາຍໆປະເທດ ເຊິ່ງຕ່າງຈາກ Apple ເຊິ່ງຂໍ້ນີ້ຍັງເປັນຂໍ້ເສຍປຽບຂອງ Google ຢູ່, ແຕ່ທາງ Google ຈະປັບປຸງແນວໃດໃນອານາຄົດອັນໄກ້ນີ້ ເຮົາອາດຈະໄດ້ເຫັນກັນ, ແຕ່ສຳລັບໃຜທີ່ຢາກເຂົ້າໄປເບິງບໍລິການນີ້ກໍ່ສາມາດເຂົ້າໄປເບິ່ງໄດ້ທີ່ http://market.android.com/movies

ທີ່ມາ – Google Blog

 

ລອງອ່ານກ່ຽວກັບ  MWC 2012: Asus ເປີດໂຕແທັບເລັດ Transformer Pad 300

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.