ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Winamp App ຟັງເພງ ສຳລັບໂທລະສັບ ລະບົບປະຕິບັດການ Android

Android Apps, FREE WARE

ປະຈຸບັນປະຕິເສດບໍ່ໄດ້ວ່າລະບົບປະຕິບັດການ​ Android ຖືວ່າມາແຮງພໍສົມຄວນ ແລະ ກໍ່ເຊຶ່ອວ່າຫລາຍຄົນທີ່ອ່ານຢູ່ນີ້ ກໍ່ອາດຈະໃຊ້ໂທລະສັບລະບົບປະຕິບັດການ Android ເຊັ່ນກັນ. ສະນັ້ນມື້ນີ້ທາງເວັບເລີຍຈະມາແນະ App ສຳລັບຟັງເພງທີ່ມີຄຸນນະພາບ ຄວາມສາມາດຄົບ, ແບບວ່າທຽບກັບການເຮັດວຽກຂອງ  iTunes ກັບ iPhone ເລີຍກໍ່ວ່າໄດ້, ເຊິ່ງມັນກໍ່ຄື Winamp for Android.

Winamp for Android ເປັນ App ຟັງເພງທີ່ມີຄວາມສາມາດຫລາຍນັບຕັ້ງແຕ່: ສາມາດ Sync ກັບ Winamp ເທິງຄອມພິວເຕີໄດ້ ໂດຍຜ່ານ WiFi, ສາມາດຍ້າຍຄອນເທັ້ນຕ່າງໆຈາກ iTunes ມາຍັງ Winamp ໄດ້, ມີການຮອງຮັບການຟັງວິທະຍຸອອນໄລນ໌ຜ່ານ SHOUTcast Radio ທີ່ມີຫລາຍກວ່າ 40,000 ສະຖານີ, ມີລະບົບຈັດການການຫລິ້ນເພງທີ່ດີ, ນອກນັ້ນຍັງຮອງຮັບການສັ່ງງານເລືອກເພງ ດ້ວຍສຽງຂອງຜູ້ໃຊ້ໄດ້ອີກດ້ວຍ ໂດຍຜ່ານ Voice Action ຂອງ Android ໄດ້ອີກດ້ວຍ ພຽງແຕ່ເວົ້າຄຳວ່າ “listen to…” ແລ້ວຕາມດ້ວຍເພງທີ່ຕ້ອງການຟັງໄດ້ເລີຍ ແລ້ວໂຕໂປຼແກຼມກໍ່ຈະຫາມາໃຫ້. ນອກນັ້ນມ ຍັງມີຄຸນສົມບັດອື່ນໆ ແລະ ຄວາມສາມາດອື່ນໆອີກ ສາມາດເຂົ້າໄປເບິ່ງໄດ້ທີ່ລາຍລະອຽດເພີ່ມເຕີມທີ່ດ້ານລຸ່ມ.

ລະບົບປະຕິບັດການທີ່ຮອງຮັບ – Android 2.1 ຂຶ້ນໄປ.
ດາວໂຫລດ – http://market.android.com/details?id=com.nullsoft.winamp
ລາຍລະອຽດເພີ່ມເຕີມ – http://www.winamp.com/android

ລອງອ່ານກ່ຽວກັບ  ມາແລ້ວ RockMelt ໂປຼແກຼມທ່ອງເວັບ ສຳລັບຜູ້ໃຊ້ທີ່ມັກ Socail Network

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.