ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຫລຸດແລ້ວ, Lenovo ມາຮ່ວມຕະຫລາດແທັບເລັດດ້ວຍ ThinkPad Tablet

ຂ່າວໄອທີ, ແທັບເລັດ

ລ່າສຸດມີຂ່າວຫລຸດອອກມາວ່າ Lenovo ກຳລັງລະຈະອອກແທັບເລັດໃນຕະກຸນຂອງ ThinkPad, ເຊິ່ງໃນຂໍ້ມູນແທັບເລັດລຸ້ນທີ່ລຸດອອກມານີ້ແມ່ນຈະມາກັບ Android 3.0 ຫລື Honeycomb ພ້ອມກັບ stylus ຫລືບິກຈຳສຳລັບການສັ່ງງານຕ່າງໆ ແຕ່ກໍ່ຍັງສຳພັດດ້ວຍມືໄດ້ເຊັ່ນດຽວກັບແທັບເລັດຂອງບໍລິສັດອື່ນໆ ແລະມີສ່ວນເສີມເປັນຄີບອດ ທີ່ຈະປຽນຄວາມຮູ້ສຶກວ່າໃຊ້ໂນດບຸກ ThinkPad ຢູ່ອີກດ້ວຍ. ສະເປັກໂດຍລວມຂອງ Lenovo ThinkPad ແທັບເລັດ ມີດັ່ງຕໍ່ໄປນີ້:

  • ຫນ້າຈໍຂະຫນາດ 10.1ນິ້ວ ປັນຈໍ WXGA ຄວາມລະອຽດ 1280 x 800 ພິກເຊວ.
  • CPU ເປັນ NVIDIA Tegra 2.
  • ຮອງຮັບການໃຊ້ງານ stylus ຫລືບິກສະເພາະໃນການໃຊ້ງານ ເປັນທາງເລື່ອງເສີມໃຫ້ຜູ້ໃຊ້.
  • ແບັດເຕີລີ່ສາມາດໃຊ້ງານໄດ້ເຖິງ 8ຊົ່ວໂມງ
  • ຮອງຮັບການເຊື່ອມຕໍ່ໄຮ້ສາຍດ້ວຍ WiFi ແລະ 3G
  • ມີພອດ USB 2.0 ພ້ອມກັບ Micro USB.
  • ມີຊ່ອງໃສ່ Memory ເສີມເປັນແບບ 3 in 1 SD Card.
  • ມີພອດເຊື່ອງຕໍ່ອອກຫນ້າຈໍພາຍນອກ ດ້ວຍ Mini HDMI
  • ລະບົບປະຕິບັດການທີ່ໃຊ້ເປັນ Android 3.0
  • ຈະກັບຂະຫນາດຄວາມຈຳສາມຂະຫນາດ ຄື: 16GB, 32GB ແລະ 64GB.
  • ມາພ້ອມກັບຄີບອດ ທີ່ມີຮູບຮ່າງຄືກັບຄອມພິວເຕີໂນດບຸກ.
  • ລາຄາເລີ່ມຕົ້ນທີ່ $499.

ຫລັງຈາກສັງເກດເບິງສະເປັກຂອງ Lenovo ThinkPad ແທັບເລັດ ໂຕນີ້ແລ້ວກໍ່ບໍ່ຄ່ອຍແຕກຕ່າງກັບ ແທັບເລັດຂອງບໍລິສັດອື່ນປານໃດ, ແຕ່ສຳລັບແຟນໆ ຫລື ສາວົກຂອງ Lenovo ThinkPad ກໍ່ອາດຈະຖືກໃຈທີ່ Lenovo ThinkPad ມີແທັບເລັດແລ້ວ. ຢ່າງໃດກໍ່ຕາມ ໃນລາຍງານນີ້ຍັງບອກໃຫ້ຮູ້ອີກວ່າ Lenovo ThinkPad ແທັບເລັດ ຈະອອກວາງຂາຍໃນເດືອນກໍລະກົດ 2011 ນີ້, ແຕ່ເບິງລາຄາແລ້ວກໍ່ຍັງແປກໃຈວ່າເປັນຫຍັງ ຫລາຍເຈົ້າເຮັດແທັບເລັດມີຄວາມຈຳສາມຂະຫນາດ ແລະຕາມດ້ວຍລາຄາທີ່ເລີ່ມຕົ້ນທີ່ $499 ກັນຫມົດ.

ທີ່ມາ – This is my next

thisismynext
ລອງອ່ານກ່ຽວກັບ  ສະຖານະ Android ປະຈຸບັນ: 200 ລ້ານອຸປະກອນ Android ທົ່ວໂລກ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.