ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft Security Essentials ອອກເວີຊັ່ນ 2 ແລ້ວ

FREE WARE, ຂ່າວໄອທີ

ລ່າສຸດທາງໄມໂຄຼຊອຟ໌ໄດ້ອອກ Microsoft Security Essentials ເວີຊັ່ນ 2 ແລ້ວ ຫລັງຈາກທີ່ອອກເວີຊັ່ນທົດສອບມາເປັນເວລາກວ່າ 4ເດືອນ, Microsoft Security Essentials ຖືວ່າເປັນໂປຼແກຼມປ້ອງກັນໄວຣັສອີກໂຕຫນຶ່ງ ທີ່ທາງໄມໂຄຼຊອຟ໌ໄດ້ແຈກໃຫ້ໃຊ້ກັນຟຼີໆ ສຳຫລັບຜູ້ໃຊ້ວິນໂດວເຊິ່ງຄວາມສາມາດຂອງມັນກໍ່ເປັນທີ່ເພິງພໍໃຈຈາກຜູ້ໃຊ້ສ່ວນຫລາຍ, ເນື່ອງຈາກມັນເປັນໂປຼແກຼມທີ່ແຈກຟຼີຢ່າງເຕັມຮູບແບບ ໂດຍບໍ່ມີການກັ້ກຄວາມສາມາດໃດໆ.

ສຳຫລັບທ່ານໃດທີ່ສົນໃຈກໍ່ສາມາດໄປດາວນ໌ໂຫລດໄດ້ທີ່ http://www.microsoft.com/security_essentials/ ຮອງຮັບ Windows Xp, Vista, Windows 7 ມີທັງລຸ້ນ 32Bit ແລະ 64Bit ຫລື ຫາກໃຜທີ່ໃຊ້ຢູ່ແລ້ວກໍ່ສາມາດອັບເກຼດໄດ້ ແລະຢາກຢ້ຳອີກວ່າ ເປັນໂປຼແກຼມປ້ອງກັນໄວຣັສທີ່ຟຼີແລະມີປະສິດທິພາບສູງ ເຮົາເອງກໍ່ໃຊ້ໂຕນີ້ຢູ່ເຊັ່ນດຽວກັນ.

ລອງອ່ານກ່ຽວກັບ  Microsoft ເລັ່ງອອກ windows 8 ພາຍໃນສອງປີ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.