ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft ເລັ່ງອອກ windows 8 ພາຍໃນສອງປີ

ຂ່າວໄອທີ

ລາຍງານຂ່າວລ່າສຸດ Microsoft ບອກວ່າ Windows 8 ນັ້ນກຳລັງຢູ່ໃນການພັດທະນາ, ຢ່າງໃດ​ກໍ​ຕາມ ຈະຍັງ​ບໍ່​ວາ​ງຕະຫ​ລາດ​ພາຍ​ໃນ 2 ປີ​. ລາຍງານດັ່ງກ່າວແມ່ນມາຈາກໂພສ ຂອງການຄົບຮອບຫນຶ່ງປີ Windows 7.

ເຊິງລາຍລະອຽດເບື້ອງຕົ້ນອ້າງວ່າ Windows 8 ນັ້ນຈະ​ມາ​ພ້ອມ​ກັບ Windows App Store ​ ຄືກັບMac OS X ຂອງ Apple ທີ່ຫາກໍ່​ປະ​ກາດໄປເມຶ່ອບໍ່ດົນມານີ້. ນອກ​ຈາກ​ນີ້​ຍັງ​ຈະ​ມີ​ລະບົບ​ລັອກອິນ ຫລືເຂົ້າໃຊ້ ​ແບບ​ຈົດ​ຈຳ​ໃບ​ໜ້າ ຫລືເອີ້ນວ່າ Facial Recognition ແລະຈະມີການປັບປຸງໃຫ້ບູ໊ດເຄື່ອງໄວກວ່າເກົ່າ. ແລະທີ່ສຳຄັນເຮົາອາດຈະ​ໄດ້​ເຫັນ Windows 8 ໃນ​ຕົ້ນ​ປີ 2011 ນີ້.

ການ​ປ່ອຍໄລຍະຫ່າງ 3 ປີ​ສຳລັບ​ການ​ພັດທະນາ​ລະບົບ​ປະຕິບັດການ ບໍ່ແມ່ນ​ເລື່ອງ​ໃໝ່​ຂອງ Microsoft ແຕ່ຢ່າງໃດ ເພາະວ່າ​ທີ່ຜ່ານມານັ້ນ ບໍລິສັດ​ຈະ​ໃຊ້​ເວລາ​ດົນ​ກວ່າ​ນີ້​ ແລະດົນກວ່າ Apple ແຕ່ສຳຫລັບ Windows 7 ທີ່​ຫາກໍ່​ຄົບ​ຮອບຫນຶ່ງ​ປີ​ໃນ​ເດືອນ​ນີ້ ໃຊ້​ເວລາ 2 ປີເ​ຄິງຫລັງຈາກ Windows Vista  ວາ​ງຕະຫ​ລາດ ໃນຂະນະທີ່​ກ່ອນ​ໜ້າ​ນີ້ Windows Vista ໄດ້ອອກ​ຕາມ​ຫລັງ Wndows XP ຫລັງວາ​ງຕະຫລາດ​ໄປ​ 5 ປີ ການ​ປ່ອຍ​ໄລຍະຫ່າງ​ດົນ​ເກີນ​ໄປ ອາດ​ເຮັດໃຫ້​ຄວາມ​ສາມາດ​ໃນ​ການ​ແຂ່ງ​ຂັນ​ຂອງ Microsoft ລຸດລົງ ດັ່ງ​ນັ້ນ Steve Ballmer  CEO ຄົນປະຈຸບັນ ຈຶ່ງປະ​ກາດ​ຈຸດ​ຍືນ​ທີ່​ຊັດເຈນ​ວ່າ ຈະ​ບໍ່​ໃຫ້​ມັນ​ເກີດ​ຂຶ້ນ​ອີກ​ແນ່ນອນ ເພາະສະນັ້ນ ອາດຈະເປັນໄປໄດ້ທີ່ເຮົາ​ຈະ​ໄດ້​ເຫັນ Windows 8 ພາຍ​ໃນປີ​ໜ້າ.

ທີ່ມາ: Mashable

ລອງອ່ານກ່ຽວກັບ  ມາຕິດຕາມສະຖານະຂອງ Windows Phone 7 ວ່າໄປຮອດໃສແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.